ອາຊຽນ,ຈີນສືບຕໍ່ການເຈລະຈາກ່ຽວກັບCOC

ອາຊຽນ,ຈີນສືບຕໍ່ການເຈລະຈາກ່ຽວກັບCOC - ảnh 1
(ພາບປະກອບ)


(vovworld) -  ວັນ​ທີ 31/7, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ Anifah Aman ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ​​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ​ແລະ ຈີນ ​ໄດ້​​ເຫັນ​ດີ​ກ້າວ​ໄປ​ສູ່ໄລຍະ​ຕໍ່​ໄປ​ຂອງ​ການ​ເຈລະຈາ​ມຸ່ງ​ໄປ​ເຖິງການ​ສ້າງ​ຕັ້ງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​​ເພື່ອ​ແກ້​ໄຂບັນດາ​ການ​ແກ່ງ​ແຍ້​ງ​ຢູ່​ພາກ​ພື້ນ​ນີ້. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ ກ່ອນ​ດຳ​ເນີນກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ແທດ ອາຊຽນ ຄັ້ງ​ທີ 48 (AMM 48) ຢູ່ ນະຄອນຫລວງ ກົວ​ລາ​ລຳ​ເປີ (ມາ​ເລ​ເຊຍ), ທ່ານ Aman ​ໃຫ້​ຮູ້​ວ່າ: ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ​ແລະ ຈີນ  ​ໃນ​ກອງ​ປະຊຸມ​​ເມື່ອ​ມໍ່ໆ​ມາ​ນີ້ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບກາ​ນ​ເຈລະຈາ​ກ່ຽວ​ກັບ​ຂອບ​ເຂດ, ​ໂຄງ​ປະກອບ, ພາກ​ສ່ວນ​ກໍ​ຄື​ແກ້​ໄຂ​ບັນດາ​ບັນ​ຫາ​ຫຍຸ້ງຍາກ ​ແລະ ສັບສົນ​ທີ່​ກ່ຽວຂ້ອງ​ເຖິງ COC. ທ່ານ Aman ຢືນຢັນ​ວ່າ: “ນີ້​ແມ່ນ​ບາດກ້າວ​ໜຶ່ງ​ທີ່​ສຳຄັນ​ສຳລັບ COC”. ຕາມ​ທ່ານ Aman ​ແລ້ວ ບັນດາ​ການ​ຜັນ​ແປ​ນີ້, , ຕ້ອງ​ໄດ້​ແກ້​ໄຂ​ເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ຖືກ​ຜົນ​ສະທ້ອນ. ສິ່ງ​ສຳຄັນ​ແມ່ນ​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ຮັບ​ການຮັກສາ ​ເປັນ​ເຂດ​ທະ​ເລ​​ແຫ່ງ​ສັນຕິພາບ ​ແລະ ວັດ​ທະນາ​ຖາວອນ ​ແລະ ບໍ່​ວ່າການ​ຜັນ​ແປ​ໃດ​ຫວັງ​ເພີ່ມ​ທະວີ​ດ້ານ​ການ​ທະຫານ​ຕ້ອງ​ຖືກສະກັດ​ກັ້ນ.


ຂ່າວ/ບົດ​ອື່ນ