ອາຊຽນ,ຈີນເຫັນດີເປັນເອກະສັນເຈລະຈາຍົກລະດັບFTA

ອາຊຽນ,ຈີນເຫັນດີເປັນເອກະສັນເຈລະຈາຍົກລະດັບFTA - ảnh 1
ກອງປະຊຸມທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ຈີນ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ວັນ​ທີ 26/8, ອາ​ຊຽນ ​ແລະ ຈີນ ​ເຫັນ​ດີ​ເປັນ​ເອກະສັນ​ເຈລະຈາ​ກ່ຽວ​ກັບ​ການ​ຍົກ​ລະດັບ​ເຂດການ​ຄ້າເສ​ລີ​ ​ອາ​ຊຽນ - ຈີນ (ACFTA), ​ເພື່ອ​ແນ​ໃສ່​ຮັກສາ​ລັກສະນະ​​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເຄື່ອນ​ໄຫວ​ການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນ. ​ຂ່າວຄາວ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ວາລະ​ທາບທາມ​ຄວາມ​ເຫັນ​ລະຫວ່າງບັນດາ​ລັດຖະມົນຕີ​ເສດຖະກິດ ອາຊຽນ ​ແລະ ລັດຖະມົນຕີ​ການ​ຄ້າ ຈີນ, ຖືກ​ດຳ​ເນີ​ນ​ໄປ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ ມຽນມາ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນຄັ້ງ​ທີ 46.

    ​ເລື່ອງ​ຍົກ​ລະດັບ​ເຂດການ​ຄ້າເສ​ລີ​ ອາ​ຊຽນ - ຈີນ (ACFTA) ​ພິສູ​ດ​ໃຫ້​ເຫັນ​ການພົວພັນ​ທີ່ຕັ້ງ​ໜ້າ​ລະຫວ່າງ ອາ​ຊຽນ ​ແລະ ຈີນ, ພ້ອມ​ທັງ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ເສດຖະກິດ 2 ຝ່າຍ​ຕາມ​ທິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເລິກ​ເຊິ່ງກ່ວາ​ອີກ. ບັນດາ​ລັດຖະມົນຕີ ກໍ່​ຊຸກຍູ້​​ໃຫ້​ກ້າວໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້ດ້ານ​ການ​ຄ້າ ​ແລະ ລະບຽບ​ການ​ບໍລິຫານ​ພາສີ​ອາກອນ (CPTF).

ຂ່າວ/ບົດ​ອື່ນ