ອາຊຽນ,ຈີນແລະຍີ່ປຸ່ນເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມພາກພື້ນ

ອາຊຽນ,ຈີນແລະຍີ່ປຸ່ນເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມພາກພື້ນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)-  ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄົມ​ມະ​ນາ​ຄົມ​ ອາ​ຊຽນ ຄັ້ງ​ທີ 12 (ATM-12), ຕອ​ນ​ບ່າຍ​ວັນ​ທີ 5/11, ໄດ້​ດຳ​ເນີນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄົມ​ມະ​ນາ​ຄົມ ອາ​ຊຽນ, ຈີນ ແລະ ອາ​ຊຽນ - ຍີ່​ປຸ່ນ ຢູ່ ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ, ໃນ​ນັ້ນ ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ພາກ​ພື້ນ ອາ​ຊຽນ ແລະ ຈີນ ພ້ອມ​ທັງ​ເລັ່ງ​ລັດ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ສືບ​ຕໍ່​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ ແລະ​ບັນ​ດາ​ໂຄງ​ການ​ໃຫຍ່​ກ່ຽວ​ຂ້ອງ​ເຖິ​ງ​ທາງ​ລົດ​ໄຟ, ທາງ​ບົກ, ທາງ​ອາ​ກາດ, ທາງ​ນ້ຳ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ໃນ​ພາກ​ພື້ນ ແລະ ດຶງ​ດູດ​ການ​ລົງ​ທຶນ, ໃຫ້​ສັດ​ຕະ​ຍາ​ບັນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ຝືກ​ຊ້ອມ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານການ​ເດີນ​ທະ​ເລ ອາ​ຊຽນ-ຈ​ີນ. ໃນ​ຂະ​ນະ​ນັ້ນ ຖະ​ແຫລງ​ການ​ຮ່ວມ​ຂອງກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄົມ​ມະ​ນາ​ຄົມ ອາ​ຊຽນ - ຍີ່​ປຸ່ນ ຄັ້ງ​ທີ 13, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ສົ່ງ​ເສີມ​ຍີ່​ປຸ່ນ ສະ​ຫນັບ​ສະ​ຫນູນ​ການ​ປະ​ຕິ​ບັດ​ແຜນ​ການ​ການ​ເຄື່ອນ​ໄຫວ​ຍຸດ​ທະ​ສາ​ດ​ຄົ​ມ​ມະ​ນາ​ຄົມ ກົວ​ລາ​ລຳ​ເປີ 2016-2025 ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ອາ​ຊຽນ ວິ​ໄສ​ທັດ ຫລັງ​ປີ 2015 ຜ່າ​ນ​ຂອບ​ເຂດ​ການ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຄົມ​ມະ​ນາ​ຄົມ ອາ​ຊຽນ - ອາ​ຊຽນ (AJTP).

 

ຂ່າວ/ບົດ​ອື່ນ