ອາຊຽນຈະແມ່ນຄູ່ຮ່ວມືຕັ້ງຫນ້າແລະໄວ້ເນື້ອເຊື່ອໃຈໃນເວທີສາກົນ

ອາຊຽນຈະແມ່ນຄູ່ຮ່ວມືຕັ້ງຫນ້າແລະໄວ້ເນື້ອເຊື່ອໃຈໃນເວທີສາກົນ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ
photo:thanhnien.com.vn

(vovworld)-​​ຈຸດ​ເວ​ລາ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ວັນ​ທີ 31/12/2015 ພວມ​ໃກ້​ຈະ​ ​ຮອດ​ແລ້ວ. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພວມ​ມາ​ນະ​ພະ​ຍາ​ຍາມ​ຫລາຍກວ່າ ເພື່ອ​ມຸ້ງ​ໄປ​ເຖິງ​ຈຸດ​ເວ​ລານັ້ນ ແນ​ໃສ່​ເປັ​ນຂີດ​ໝາຍ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ ພາຍ​ຫລັງ​ເກືອບ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ. ນັ້ນ​ແມ່ນ​ເນື້ອ​ໃນ​ບົດ​ຕອບ​ສຳ​ພາດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ​ ຢາ​ກາກ​ຕາ. ທ່ານ ເລ​ເລືອງ​ມີງ ໃຫ້​ຮູ້​ວ່າ: ​​ປະ​ຕິ​ບັດໄດ້​ເກືອບ 90% ​ບັນ​ດາມາດ​ຕະ​ການ​ທີ່​ວາງ​ອອກໃນ​ວິ​ວັດ​ການ, ອາຊຽນ ພວມຍ​ູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ທີ່​ຍັງ​ເຫລືອ​ໃນ 3 ເສົາ​ຄ້ຳ: ການ​ເມືອງ - ຄວາມ​ໝັ້​ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​ສັງ​ຄົມ.

ກ່ຽວ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ໃນ​ປີ 2015, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມີງ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 2016-2025, ອາ​ຊຽນ ຈະ​ສືບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​​ເຮັດໃຫ້ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກາຍ​ເປັນ​ພາກ​ພື້ນສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາວ​ອນ. ປະ​ຊາ​ຄົມ ອາ​ຊຽນ ຈະ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ ເພື່ອ​ກາຍ​ເປັນ​ປະ​ຊາ​ຄົມ ອີງ​ໃສ່​ກົດ​ໝາຍ, ສາ​ມັກ​ຄີ​ບົນ​ພື້ນ​ຖານ​ບັນ​ດາ​ຫລັກ​ການ, ຄຸນ​ຄ່າ​ລວມ, ປະ​ຊາ​ຄົມ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ປະ​ຊາ​ຄົມ​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ບັນ​ດາ​ທ່າ​ອ່ຽງ ແລະ ສິ່ງ​ທ້າ​ທາຍ​ພວມ​ເກີດ​ຂຶ້ນ. ​ແລະ ຫນຶ່ງ​ໃນ​ບັນ​ດາ​ຈຸດ​ສຸມ​ຂອງວິ​ໄສ​ທັດ ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ, ດຸ່ນ​ດ່ຽງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

 

ຂ່າວ/ບົດ​ອື່ນ