ອາຊຽນຊຸກຍູ້ດ້ານການຄ້າຢູ່ຝລັ່ງ

(VOVWORLD) -ວັນທີ 16 ຕຸລາ, ຢູ່ສຳນັກງານສະຫະສະມາຄົມບັນດາວິສາຫະກິດຝລັ່ງ (MEDEF), ຢູ່ປາຣີ ໄດ້ດຳເນີນເວທີປາໄສການຄ້າອາຊຽນ - MEDEF ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017).
ອາຊຽນຊຸກຍູ້ດ້ານການຄ້າຢູ່ຝລັ່ງ - ảnh 1 (ອາຊຽນຊຸກຍູ້ດ້ານການຄ້າຢູ່ຝລັ່ງ)

ຢູ່ທີ່ນີ້, ທ່ານປະທານ MEDEF ສາກົນ (MEDEF International) Frederic Sanchez ໄດ້ຕີລາຄາສູງທີ່ຕັ້ງຂອງບັນດາປະເທດອາຊຽນ ໃນພື້ນຖານດ້ານການຄ້າໂລກ ແລະ ການພົວພັນທີ່ນັບມື້ນັບພັດທະນາລະຫວ່າງ MEDEF ແລະ ອາຊຽນ, ຖືເປັນສຳຄັນການເຄື່ອນໄຫວຂອງຄະນະກຳມະການອາຊຽນ ປະຈຳປາຣີ ແລະ ສະແດງໃຫ້ເຫັນຄວາມປາດຖະໜາວ່າ ເວທີປາໄສຈະປະກອບສ່ວນຍູ້ແຮງການພົວພັນລະຫວ່າງ ອາຊຽນ - MEDEF ກວ່າ, ສ້າງກາລະໂອກາດໃໝ່ຫຼາຍຝ່າຍໃຫ້ແກ່ການແລກປ່ຽນການຄ້າລະຫວ່າງຝລັ່ງ ແລະ ບັນດາປະເທດອາຊຽນ ຫຼາຍກວ່າ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ, ອາຊຽນ ຖືເປັນສຳຄັນການພົວພັນດ້ານການຄ້າກັບສະຫະພາບເອີລົບ, ໃນນັ້ນຝລັ່ງ ມີທີ່ຕັ້ງພິເສດ. ທ່ານສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການພັດທະນາການພົວພັນດ້ານການຄ້າອາຊຽນ - ອີຢູ ແລະ ຖືເວທີປາໄສນີ້ ກໍ່ຄືບັນດາການແລກປ່ຽນເປັນຫຼາຍຮູບຫຼາຍແບບລະຫວ່າງບັນດານັກຊ່ຽວຊານອາຊຽນ ແລະ MEDEF ສາກົນ ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ