ອາ​ຊຽນ​ຊຸກ​ຍູ້​​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ

(VOVWORLD) - ບັນດາສະມາຊິກ ອາຊຽນລ້ວນແຕ່ເຫັນດີເປັນເອກະພາບ ແລະ ປະຕິບັດບັນດາຫຼັກການຊີ້ນຳຕໍ່ບັນດາມາດຕາການປອດພາສີ.

       ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ ອາຊຽນ (ASEAN- BAC) ໄດ້ຕີລາຕາຢ່າງຕັ້ງໜ້າກັບບັນດາການເຈລະຈາກ່ຽວກັບບັນດາກົດລະບຽບສ້າງຄວາມສະດວກດ້ານການຄ້າ, ໃນນັ້ນບັນດາສະມາຊິກ ອາຊຽນລ້ວນແຕ່ເຫັນດີເປັນເອກະພາບ ແລະ ປະຕິບັດບັນດາຫຼັກການຊີ້ນຳຕໍ່ບັນດາມາດຕາການປອດພາສີ. ທ່ານນາງ ອະຣະມົນ ສັບທະວີທຳ, ຫົວໜ້າກົມເຈລະຈາທາງການຄ້າຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າໄທ ໃຫ້ຮູ້ວ່າ ບັນດາສະມາຊິກຄະນະກຳມະການປຶກສາຫາລືລວມກ່ຽວກັບການສ້າງຄວາມສະດວກດ້ານການຄ້າ ອາຊຽນໄດ້ຈັດຕັ້ງກອງປະຊຸມຫຼາຍຄັ້ງ, ໃນນັ້ນມີສະພາດຳເນີນທຸລິກິດ EU – ASEAN ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ. ຕາມນັ້ນ, ບັນດາສະມາຊິກຈະໄດ້ໃຫ້ຊາບກ່ອນທີ່ຈະປະຕິບັດບັນດາມາດຕະການປອດພາສີ ແລະ ແຕ່ລະມາດຕະການຈະໄດ້ນຳໃຊ້ຢ່າງເໝາະສົມ ໃນວັນເວລາທີ່ໄດ້ກຳນົດ. ນອກຈາກນັ້ນ, ການຮັບເອົາຄຳເຫັນຂອງປະຊາຊົນຈະໄດ້ດຳເນີນກ່ອນການປະຕິບັດ.

        ທ່ານນາງ ອະຣະມົນ ສະເໜີໃຫ້ບັນດາປະເທດ ອາຊຽນ ຄວນພິຈາລະນາ ແລະ ຕີລາຄາຜົນກະທົບດ້ວຍການສ້າງຕັ້ງບັນດາຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ແຕ່ລະປະເທດເພື່ອ  ດັດສົມບັນດາມາດຕະການການຄ້ານີ້ໃຫ້ເໝາະສົມກັບກົດລະບຽບຂອງອົງການການຄ້າໂລກ (WTO)

ຕອບກັບ

ຂ່າວ/ບົດ​ອື່ນ