ອາຊຽນຢັ້ງຢືນຄວາມຕັດສິນໃຈປະຈິບັດຈຸດໝາຍສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີ2015

ອາຊຽນຢັ້ງຢືນຄວາມຕັດສິນໃຈປະຈິບັດຈຸດໝາຍສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີ2015 - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງເສດຖະກິດ​ອາ​ຊຽນ ຄັ້ງ​ທີ 47 (AEM 47) ​ແລະ ບັນດາ​ກອງ​ປ​ະຊຸມ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 22/08, ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ອາຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ ກົວ​ລາລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ ​ເພື່ອ​ແນ​ໃສ່​ກວດກາ​ຄືນ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ບົນ​ເສັ້ນທາງ​ສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ເສດຖະກິດ (AEC) ​ໃນ​ທ້າຍ​ປີ 2015, ກໍ​ຄື​​ສ້າງ​ຕັ້ງວິ​ໄສ​ທັດ​ດ​້ານ​ເສດຖະກິດ​ອາ​ຊຽນ ພາຍຫຼັງ​ປີ 2015. ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫງວຽນ​ເກີ​ມຕູ໋ ​ໃຫ​້ຮູ້​ວ່າ, ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ບັນດາ​ປະ​ເທດ​ອາ​ຊຽນ ລ້ວນ​ແຕ່​ເຂົ້າ​ໃຈ​ແຈ້ງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ຕັ້ງ​ປະຊາຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015 ສະ​ນັ້ນ​ໄດ້ປະ​ຕິບັດມາດ​ຕະການ​ແກ້​ໄຂ ຢ່າງ​ເຂັ້ມ​ງວດ​ເພື່ອ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ທີ່​ໄດ້​ຍົກ​ອອກ​ມາ​ບົນ​ເສັ້ນທາງສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິ​ດອາ​ຊຽນ ປີ 2015. ​ແຕ່​ນີ້​ຮອດ​ທ້າຍ​ປີ, ຫວຽດນາມ ຈະ​ສຸມ​ໃສ່ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​​ໃນ​ 3 ຂົງ​ເຂດ​ຕົ້ນ​ຕໍ່​ໃຫ້​ສຳ​ເລັດ ນັ້ນ​ແມ່ນ ການ​ບໍລິການ, ຄົມມະນາຄົມ​ຂົນສົ່ງ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ຂ່າວ/ບົດ​ອື່ນ