ອາຊຽນ-ສ.ເກົາຫຼີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ


ອາຊຽນ-ສ.ເກົາຫຼີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ພາບປະກອບ
 

(vovworld) – ​  ຕາມ​ບົດ​ລາຍ​ງານ​​ເມື່ອ​ວັນ​ທີ 13/3, ຂອງ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສະມາຄົມ​ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລ້ວ, ຄະນະ​ກຳມະການຮ່ວມ​ມື​ຮ່ວມ ອາຊຽນ - ສ. ​ເກົາຫຼີ (AKJCC) ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ປະຈຳ​​ໄລຍະຄັ້ງ​ທີ 3 ທີ່​ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ຢູ່ ນະຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​​ໂດ​ເນ​ເຊຍ. ວາລະ​ປະຊຸມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ພິຈາລະນາ​ທິດ​ທາງ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຄະນະ​ກຳມະການ​ຂອງ​ບັນດາ​ອົງການ​ຕາງ​ໜ້າ​ປະຈຳ ອາ​ຊຽນ (​CPR), ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ. ​ເກົາຫຼີ ປະຈຳ ອາ​ຊຽນ ​ແລະ ການ​ນຳ​ຄະນະ​ເລຂາ ອາ​ຊຽນ. ທ່ານ ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​​ແຮ​່ວງນຳ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ອາ​ຊຽນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ ​ແລ​ະ ຮັບ​ຮູ້ວ່າ​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃນ​ປີຜ່ານມາ​ມີ​ຄວາມ​ຄືບ​ໜ້າ​ຕັ້ງໜ້າ​ຫຼາຍ​ຢ່າງ. ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ສ. ​ເກົາຫຼີ ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ ອາ​ຊຽນ ​(ວົງ​ເງິນການ​ຄ້າ 2 ສົ້ນ​ປີ 2014 ກວມ 5,2% ຍອດ​ວົງ​ເງິນ​ການ​ຄ້າ​ຂອງ​ທັງ ອາ​ຊຽນ) ​ແລະ ​ແມ່ນ​ນັກ​ລົງທຶນ​ໂດຍ​ກົງ​ໃຫຍ່​ທີ 6 ຢູ່ ອາ​ຊຽນ (ກວມ 3,3% ຍອດ​ທຶນ FDI ​ເຂົ້າ ອາ​ຊຽນ ​ໃນ​ປີ 2014). 2 ຝ່າຍ​ກໍ່​ຮັບຮອງ​ເອົາ​ຫຼາຍ​ໂຄງການ, ຂໍ້​ລິ​ເລີ່​ມ ​ແລະ ​ໂຄງການ​ລະອຽດ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ ສັນຍາ​ຮ່ວມ​ມື​ດ້ານ​ປ່າ​ໄມ້ ອາ​ຊຽນ - ສ. ​ເກົາຫຼີ (AfoCo), ​ແຜນການ​ສ້າງ​ຕັ້ງ​ຫໍ​ວັດທະນະທຳ ອາ​ຊຽນ ຢູ່ Busan ​ໃນ​ປີ 2017. ​ແລກປ່ຽນ​ກ່ຽວກັບ​ທິດ​ທາງ​ໃນ​ອະນາຄົດ, 2 ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຕິດຕາມ​ບັນດາ​ທິດ​ທາງຍຸດ​ທະ​ສາດ​ໃຫຍ່​ທີ່​ໄດ້​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ ອາ​ຊຽນ - ສ. ​ເກົາຫຼີ “ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ” ປີ 2014, ພ້ອມ​ທັງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025. ​ໃນ​ນັ້ນ, 2 ຝ່າຍ​ສູ້ຊົນ​ຍົກ​ວົງ​ເງິນ​ 2 ສົ້ນ​​ໃຫ້ບັນລຸ​ລະດັບ 200 ຕື້ USD ​ໃນ​ປີ 2020. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ບຸລິມະສິດ​ຍູ້​ແຮງ​ການ​ຮ່ວມ​ມື​ຮັບ​ມື​ກັບ​ບັນດາ​ບັນຫາ​ບໍ່​ມີ​ເຄີຍ​ມາ​ກ່ອນ, ​ເຊື່ອມ​ຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ​ບຳລຸງ​ສ້າງ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກອັກ​ຄະ​ລັດຖະທູ​ດ ຫງວຽນ​ແຮ່​ວງນຳ ສະ​ເໜີ​ວ່າ: ອາ​ຊຽນ  - ສ. ​ເກົາຫຼີ, ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແລ້ວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ, ​ເນື້ອ​ໃນທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ​ໃນ​ນັ້ນມີ​ການ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແຮ່​ວງນຳ ສະ​ເໜີ​ໃຫ້ ສ. ​ເກົາຫຼີ ສືບ​ຕໍ່​ສະໜັບ​ສະ​ໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ