ອາຊຽນ-ອາເມລິກາຊຸກຍູ້ການຮ່ວມມືດ້ານການຄ້າແລະການລົງທຶນ

ອາຊຽນ-ອາເມລິກາຊຸກຍູ້ການຮ່ວມມືດ້ານການຄ້າແລະການລົງທຶນ - ảnh 1
ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ (AEM - USTR)
(ພາບ: KimDung-ChiGiap/vietnam+)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 47 ​ແລະ ກອງ​ປະຊຸມ​ຕ່າງໆ​ທີ່​ກ່ຽວຂ້ອງ, ວັນ​ທີ 24/8, ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນລະຫວ່າງ​ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ (AEM - USTR) ດຳ​ເນີນ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ. ນະ​ທີ່​ນີ້, 2 ຝ່າຍ​ໄດ້​ຮັບຮູ້​ວ່າ ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຕີບ​ໂຕ​ແຮງ​ໃນ​ໄລຍະ​ຜ່ານ​ມາ. ອາ​ເມ​ລິ​ກາ ​ເປັນ​ປະ​ເທດ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 3 ​ໃນ ອາ​ຊຽນ ​ແລະ ​ແມ່ນ​ຄູ່​ຮວ​ມມືດ້ານການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້. ການ​ລົງທຶນ​ຂອງ ອາ​ເມ​ລິ​ກາ ​ເຂົ້າ​ພາກ​ພື້ນ ອາ​ຊຽນ ບັນລຸ​ໄດ້ 54 ຕື້ USD ​ໃນ​ໄລຍະ​ປີ 2010 – 2014, ​ໃນ​ຂະນະ​ນັ້ນ ການ​ຄ້າ 2 ສົ້ນ ອາ​ຊຽນ - ອາ​ເມ​ລິ​ກາ ບັນລຸ​ກ່ວາ 212 ຕື້ USD. ວົງ​ການ​ເຈົ້າ​ໜ​້າທີ່ ອາ​ຊຽນ ​ແລະ ອາ​​ເມລິ​ກາ ​ເຫັນ​ດີ​ເປັນ​ເອກະສັນ​ ອາ​ຊຽນ ຕ້ອງ​ສືບ​ຕໍ່​ເຂົ້າ​ຮ່ວມ​ປະຊາ​ຄົນ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ ​ເປັນ​ປະຈຳ ​ເພື່ອ​ຮູ້​ບັນດາ​ຄວາມມານະ​ພະຍາຍາມ​ຂອງ​ສະຫະ​ສະມາຄົມ ​ໃນ​ການ​ສ້າງຕັ້ງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ບໍ່​ມີ​ພົມແດນ. ​ໃນ​ສະພາວະ​ນີ້, ບັນດາ​ລັດຖະມົນຕີ ອາ​ຊຽນ ​ເຫັນ​ດີ​ປະຕິບັດ​ໂຄງການ​ໂຄສະນາ​ເຜີຍ​​ແຜ່ AEM ຄັ້ງ​ທີ 3 ຢູ່ ອາ​ເມ​ລິ​ກາ ​ໃນ​ຕົ້ນ​ປີ 2016.

ຂ່າວ/ບົດ​ອື່ນ