ອາຊຽນເພີ່ມທະວີການເຊື່ອມໂຍງໃນຂົງເຂດທ່ອງທ່ຽວ

ອາຊຽນເພີ່ມທະວີການເຊື່ອມໂຍງໃນຂົງເຂດທ່ອງທ່ຽວ - ảnh 1
ພາບ​ປະ​ກອບ:congdongdulich.com.vn

(vovworld)-​ ຫ​ວ່າງ​ແລ້ວ​ນີ້ ຢູ່ ນະ​ຄອນ​ຫລວງ ມາ​ນີ​ລາ ປະ​ເທດ ຟິ​ລີບ​ປີນ, ສະ​ຖາ​ບັນ William Anglisss Institute ໄດ້​ຈັດ​ຕັ້ງ​ພິ​ທີ​ອັດ​ຊຸດບ​ຳ​ລຸງ​ສ້າງ ແລະ ອອກ​ໃບຢັ້ງ​ຢືນ​ກ່ຽວ​ກັບ​ການກວດ​ກາ​ບໍ​ລິ​ການ​ອາ​ຫານ-ເຄື່ອງ​ດື່ມ ອາ​ຊຽນ ໃຫ້​ແກ່​ຜູ້​ນຳ​ທ່ຽວ 20 ຄົນ​ມາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ຊຸດ​ບຳ​ລຸງ​ສ້າງ ແມ່ນ​ສ່ວນ​ຫນຶ່ງ​ໃນ​ໂຄງ​ການ​ຫນູນ​ຊ່ວຍ​ອອກ​ໃບຢັ້ງ​ຢືນ​ໃຫ້​ແກ່ຜູ້​ນຳ​ທ່ຽວ ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ. ມາ​ຮອດ​ປະ​ຈຸ​ບັນ ມີ ຜູ້​ຊ່ຽວ​ຊານ​ທ່ອງ​ທ່ຽວ 172 ຄົນ​ໄດ້​ຮັບ​ໃບຢັ້ງ​ຢືນ​ຂອງ​ອາ​ຊຽນ ກ່ຽວ​ກັບ​ຜູ້​ນຳ​ທ່ຽວ. ແລະ​ຄາດ​ວ່າ ​ເມື່ອ​ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ວັນ​ທີ 31/12/2015ຈະ​ມີ 6000 ຄົນ​ໄດ້​ຮັບໃບ​ຢັ້ງ​ຢືນ.

ຂ່າວ/ບົດ​ອື່ນ