ອາຊຽນແລະນອກແວຊຸກຍູ້ການພົວພັນຄູ່ຮ່ວມມືຄູ່ເຈລະຈາ

ອາຊຽນແລະນອກແວຊຸກຍູ້ການພົວພັນຄູ່ຮ່ວມມືຄູ່ເຈລະຈາ - ảnh 1
ທ່ານ Morten Hoglund ລັດຖະມົນຕີ​ຊ່ວຍ​
ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ
(ພາບ: ອິນເຕີແນັດ)

(vovworld) ​ ​ ​ ​ແຈ້ງ​ການ​ຂອງ​ຄະນະ​ເລຂາ ອາ​ຊຽນ ​ໃນ​ວັນ​ທີ 14/12 ​ໃຫ້​ຮູ້​​ວ່າ: ການ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ຂະ​ແໜງການ​ຮ່ວມ​ມື ອາຊຽນ - ນອກ​ແວ (AN - JSCC) ​ໄດ້ດຳ​ເນີນ​ຢູ່​ສຳນັກງານຄະນະ​ເລຂາທິການ ອາ​ຊຽນ, ທ່ານ Morten Hoglund ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ ​ເນັ້ນໜັກ​ວ່າ: ອາ​ຊຽນ ​ແລະ ນອກ​ແວ ຈະ​ຊຸກຍູ້​ການ​ຮ່ວມ​ມື​ຄູ່​ຮ່ວມ​ມື ​ເພື່ອ​ແນ​ໃສ່​ນຳ​ມາ​​ໃຫ້​ເຊິ່ງຜົນ​ປະ​​ໂຫຍ​ດສູງສຸດ​ໃຫ້​ທັງ 2 ຝ່າຍ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Morten Hoglund ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ນອກ​ແວ ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​​​ເຮັດ​ໃຫ້​ພົວພັນ​ຮ່ວມ​ມື​ກັບ ອາ​ຊຽນ ເລິກ​ເຊິ່ງກ່ວາ​ອີກ. ກອງ​ປະຊຸມ​ເຫັນ​ດີ​​ໂດຍ​ຖື​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນອກ​ແວ ​​​ຈະໄດ້ນຳ​ເຂົ້າ​ຂອບ​ເຂດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນອກ​ແວ ​ເຊິ່ງໄດ້​ຮັບຮອງ​ເອົາ​ໃນ​ເດືອນ 8 / 2014 ຢູ່ Nay Pyi Taw ປະ​ເທດ ມຽນມາ ​ແລະ ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ ປີ 2025.

 

 

 

ຂ່າວ/ບົດ​ອື່ນ