ອາທິດເຮັດວຽກທີ 6, ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ອາທິດເຮັດວຽກທີ 6, ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
(ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) – ວັນ​ທີ 24/11, ກ້າວ​ເຂົ້າ​ສູ່​ອາທິດ​ເຮັດ​ວຽກ​ທີ 6, ​ແລະ​ ກໍ່​ແມ່ນ​ອາທິດ​ເຮັດ​ວຽກ​ສຸດ​ທ້າຍ​ຂອງກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

​ຕອນ​ບ່າຍ​ວັນ​ທີ 24/11 ຢູ່ ຮ​່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ລົງ​​ຄະ​ແນນ​ສຽງຮັບ​ຮອງ​ເອົາກົດ​ໝາ​ຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສານ​ປະ​ຊາ​ຊົນ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ໄອ​ຍະ​ການ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ) ແລະ ບັນ​ດາ​ມະ​ຕິ​ປະ​ຕິ​ບັດ​ກົດ​ໝາຍ​ເຫລົ່າ​ນັ້ນ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ​ປຶກ​ສາ​ຫາ​ລື ກ່ຽວ​ກັ​ບ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ທໍ​ລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດ​ຫລື​ປາບ​ປາມ​ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ, ໄຮ້​ມະ​ນຸດ​ສະ​ທຳ​ຫລື​ເຮັດ​ໃຫ້​ເສຍ​ກຽດ​ສັກ​ສີ ແລະ ກ່ຽວ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ​ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ.

 ກ່ອນ​ຫນ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ,ສະພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ; ​ເລື່ອງ​​ໃຫ້​ສັດຕະຍາບັນຮັບຮອງ​ເອົາ​ສົນ​ທະ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ ​ແລະ ບັນດາ​ຮູບ​ການ​ປະພຶດ​ຕໍ່ ຫຼື ລົງ​ໂທ​ດຢ່າງ​ໂຫດຮ້າຍ​ສາມັນ, ​ໄຮ້​ມະນຸດສະທຳ ຫຼື ທຳ​ລາຍ​ຊື່​ສຽງ ​ແລະ ສົນ​ທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ; ລົງ​ມະຕິ​ຮັບຮອງ​ເອົາ​ບັນດາ​ກົດໝາຍ​ວ່າ​ດ້ວຍ​ສານ​ປະຊາຊົນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບປຸງ) ​ແລ​ະ ມະຕິ​ປະຕິບັດ​ບັນດາ​ກົດໝາຍ​ດັ່ງກ່າວ.

        ທີ່​ວາລະ​ອັດ​ກອງ​ປະຊຸມ, ສະພາ​ແຫ່ງ​ຊາດ​ຈະ​ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ​ມະຕິ​ປັບປຸງ, ​ເພີ່ມ​ເຕີມ​ບາງ​​ມາດຕາ​ຂອງ​ມະຕິ​ເລກ​ທີ 35 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບວິ​ທີ​ການ​ປະຕິບັດ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ; ມະຕິ​ກ່ຽວ​ກັບ​ການ​ຕິດຕາມ​ຫົວ​ເລື່ອງ​ສະ​ເພາະ; ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ, ຫຼັກ​ສູດປື້​ມຕຳລາ​ສຶກສາ​ສາມັນ.

ຂ່າວ/ບົດ​ອື່ນ