ອານເຊຣີເປັນເຈົ້າພາບຈັດຕັ້ງເວທີປາໄສທົ່ວໂລກກ່ຽວກັບການຕ້ານການກໍ່ການຮ້າຍ

(VOVWORLD) -ວັນທີ 23 ຕຸລາ, ເວທີປາໄສທົ່ວໂລກກ່ຽວກັບການຕ້ານການກໍ່ການຮ້າຍໂດຍອານເຊຣີ ແລະ ການາດາ ເປັນເຈົ້າພາບຈັດຕັ້ງ, ຖືກດຳເນີນຢູ່ນະຄອນຫຼວງ Algiers ເພື່ອແນໃສ່ຊອກຫາວິທີການຮັບມືກັບບັນດາໄພນາບຂູ່ການກໍ່ການຮ້າຍຢູ່ອາຟະລິກາຕາເວັນຕົກ ຢ່າງມີປະສິດທິຜົນ.

ອານເຊຣີເປັນເຈົ້າພາບຈັດຕັ້ງເວທີປາໄສທົ່ວໂລກກ່ຽວກັບການຕ້ານການກໍ່ການຮ້າຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອານເຊຣີ Abdelkader Messahel

(ພາບປະກອບ: Morocco World News)

ກອງປະຊຸມຄັ້ງທຳອິດຂອງເວທີປາໄສ ແມ່ນເພື່ອແນໃສ່ຈຸດປະສົງຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ, ກໍ່ຄືປຶກສາຫລືກ່ຽວກັບການສ້າງຄວາມສາມາດດ້ານການປ້ອງກັນ, ຕ້ານການກໍ່ການຮ້າຍໃຫ້ພາກພື້ນ Sahel ອາຟະລິກາ ຢ່າງລະອຽດ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດອານເຊຣີ Abdelkader Messahel ສະເໜີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບເຂດຊາຍແດນ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາເຂດ, ລວມທັງເດັກນ້ອຍ, ແນໃສ່ສະກັດກັ້ນເລື່ອງເຂົາເຈົ້າອາດເຂົ້າຮ່ວມບັນດາອົງການກໍ່ການຮ້າຍ ເພື່ອແລກເອົາບັນດາບ້ວງເງິນ. ຄຽງຂ້າງນັ້ນ, ທ່ານ Messahel ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສະກັດກັ້ນບັນດາບ້ວງເງິນອຸປະຖຳໃຫ້ບັນດາກຸ່ມກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ