ອາບການິດສະຖານ:ເຈລະຈາກ່ຽວກັບລັດຖະບານສາມັກຄີຟັງທະລາຍ

ອາບການິດສະຖານ:ເຈລະຈາກ່ຽວກັບລັດຖະບານສາມັກຄີຟັງທະລາຍ - ảnh 1
ປະທານາທິບໍດີ Hamid Karzai (ກາງ) ທ່ານ ​Ashraf Ghani (ຊ້າຍ) ​ແລະ Abdullah Abdullah (ຂວາ)
(ພາບ: AFP/TTXVN)

(vovworld) – ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ແບ່ງປັນ​ສິດ​ອຳນາດ ລະຫວ່າງ ຜູ້​ສະໝັກ​​ເລືອກຕັ້ງປະທານາທິບໍດີ 2 ທ່ານ ​Ashraf Ghani ​ແລະ Abdullah Abdullah ຖືກ​ຟັງ​ທະລາ​ຍ, ​ອັນ​ໄດ້​ພາ​ໃຫ້​​ເກີດຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ຄວາມ​ສາມາດ​ເກີດ​ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ກ່ຽວຂ້ອງ​ເຖິງ​​ການ​ຖົກ​ຖຽງ​ກັນ​ພາຍຫຼັງ​ການ​ເລືອກ​ຕັ້ງ.

    ຕາມ​ບັນດາ​ມາດຕາ​ຂອງ​ຂໍ້​ຕົກລົງ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ແລ້ວ, ຜູ້​ຢືນ​ອັນ​ດັບ 2 ​ໃນ​ການ​ເລືອກ​ຕັ້ງ​ຈະ​ໄດ້​​ແຕ່​ງຕັ້ງ “ຜູ້​ບໍລິຫານ” ​ໃນ​ລັດຖະບານ​ສາມັກຄີ​ເພື່ອບັນ​ເທົາ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, 2 ຝ່າຍ​ບໍ່​ສາມາດ​ເຫັນດີ​ເປັນ​ເອກະສັນ​ກ່ຽວ​ກັບ​ສິດ​ອຳນາດ​ຂອງ “ຜູ້​ບໍລິຫານ”.

    ວັນ​ທີ 1/9, ຜູ້​ສະໝັກ​​ເລືອກ​ຕັ້ງ Abdullah ​ໄດ້​ອອກຄຳ​ຂາດ​ກ່ຽວຂ້ອງ​ເຖິງ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງທີ່​ໄດ້​ກໍ່​ຄວາມ​ຖົກ​ຖຽງ​ກັນ, ພ້ອມ​ທັງ​ນາບ​ຂູ່​ຈະ​ຖອນ​ອອກ​ຈາກ​ທຸກໆ​ຄວາມ​ມານະ​ພະຍາຍາມ​ເຈລະຈາ ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນ ຖ້າ​ຫາກ​ບໍ່​ສາມາດ​ດຳ​ເນີນ​ການ​ກວດກາ​ບັດ​ເລືອກ​ຕັ້ງ​ຢ່າງ​ກະຈ່າງ​​ແຈ້ງ ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ຄະນະ​ຜູ້​ແທນ​ສະຫະ​ປະຊາ​ຊາດ.

    ຕາມ​ແຜນ​ການ​​ແລ້ວ, ໝາກຜົນ​ຂອງ​ການ​ກວດກາ​ບັດ​​ເລືອກ​ຕັ້ງ​ທັງ​ໝົດ 8,1 ລ້ານ​ບັດ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 2 ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 10/9 ຈະ​ມາ​ເຖິງ.



ຂ່າວ/ບົດ​ອື່ນ