ອາບການິສະຖານ,ອາເມລິກາລົງນາມໃນສົນທິສັນຍາປ້ອງກັນຄວາມສະຫງົບສອງຝ່າຍ

ອາບການິສະຖານ,ອາເມລິກາລົງນາມໃນສົນທິສັນຍາປ້ອງກັນຄວາມສະຫງົບສອງຝ່າຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິ​ສະ​ຖານ Ghani
photo:baotintuc.vn

(vovworld)-​ ວັນ​ທີ 30/9, ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ ນະ​ຄອນ​ຫລວງ ກາ​ບູນ, ທ່ານ Hanif Atmar ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາບ​ກາ​ນິ​ສະ​ຖານ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ James Cunningham ປະ​ຈຳ​ອາບ​ກາ​ນິ​ສະ​ຖານ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສອງ​ຝ່າຍ (BSA) ທີ່​ຖືກ​ໂຈະ​ໄວ້​ແຕ່​ດົນ​ແລ້ວ. ຕາມນັ້ນ​ແລ້ວ, ອະ​ນຸ​ຍາດ​ໃຫ້​ພົນ​ທະ​ຫານ​ອາ​ເມ​ລິ​ກາ ປະ​ມານ 10.000 ຄົນ ປະ​ຈຳ​ການ​ຢູ່​ປະ​ເທດນີ້ ພາຍ​ຫລັງ​ວິ​ວັດ​ການ​ຖອນ​ທະ​ຫານ​ເມື່ອ​ວັນ​ທີ 31/12/2014 ເພື່ອ​ຝືກອົມ​ຮົມ ແລະ ໃຫ້​ຄຳ​ປຶກ​ສາ​ແກ່​ບັນ​ດາ​ກຳ​ລັງ​ປ​ອ້ງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອາບ​ກາ​ນິ​ສະ​ຖານ. ກ່າວ​ຄຳ​ເຫັນ​ພາຍ​ຫລັງ​ພິ​ທີ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິ​ສະ​ຖານ Ghani ຖະ​ແຫລງວ່າ BSA ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ກາ​ບູນ ແລະ ວໍ​ຊິງ​ຕັນ ພ້ອມ​ທັງ​ຢືນ​ຢັນ: ຂໍ້​ຕົກ​ລົງ​ນີ້ ຈະ​ບໍ່​ກໍ່​ຄວາມ​ນາບ​ຂູ່​ໃດ​ສຳ​ລັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​​ເຮືອນຄຽງ​ຂອງ ອາບ​ກາ​ນິ​ສະ​ຖານ.  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິ​ສະ​ຖານ Ghani ໃຫ້​ຮູ້​ວ່າ: BSA ບໍ່​ອະ​ນຸ​ຍາດ​ຜັນ​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ຫລື ອາ​ວຸດ​ເຄ​ມີ​ຢູ່​ເຂດ​ດິນ​ແດນ ອາບ​ກາ​ນິ​ສະ​ຖານ.

ຂ່າວ/ບົດ​ອື່ນ