ອາເມລິກາ, ກູບາເຊັນຂໍ້ຕົກລົງຂີດເສັ້ນຊາຍແດນຢູ່ອ່າວເມກຊີໂກ

ອາເມລິກາ, ກູບາເຊັນຂໍ້ຕົກລົງຂີດເສັ້ນຊາຍແດນຢູ່ອ່າວເມກຊີໂກ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 18/01, ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ​ໄດ້​ດຳ​ເນີນ​ ​ພິທີ​ເຊັນ​ຂໍ້​ຕົກລົງ 2 ​ຝ່າຍ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ກ່ຽວ​ກັບ​ເລືອ​ງຂີດ​ເສັ້ນ​ຊາຍ​ແດນ​ບົນ​ທະ​ເລ​ຢູ່​ທິດຕາ​ເວັນ​ອອກ​ອ່າວ ​ເມກ​ຊີ​ໂກ. ສົນ​ທິສັນຍາ​ນີ້ ​ໄດ​​້ຂີດ​ເສັ້ນ​ຊາຍ​ແດນ​ບົນ​ທະ​ເລ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ເຊິ່ງກ່ອນ​ນັ້ນ 2 ປະ​ເທດ​ຍັງ​ບໍ່​ທັນ​​ເຫັນ​ດີ​ເປັນ​ເອກະ​ພາບ, ລວມທັງ​ເຂດ​ໄຫຼ່​ທະວີບ​ທິດ​ຕາ​ເວັນ​ອອກ​ອ່າວ​ ເມກ​ຊີ​ໂກ ຫ່າງ​ຈາກ​ຝັ່ງ​ທະ​ເລ​ແຕ່​ລະ​ປະ​ເທດ​ກ່ວາ 200 ​ໄມ​ທະ​ເລ. ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ ສົນທິສັນຍາ​ດັ່ງກ່າວ ​ເໝາະ​ສົມ​ກັບ​ຈຸດໝາຍ​ຍາວ​ນານ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ຕັດສິນ​ຂີດ​​ເສັ້ນ​ຊາຍ​ແດນ​ບົນ​ທະ​ເລ​ທີ່​ຍັງ​ຄົງ​ຄ້າງ, ຊຸກຍູ້​ຄວາມປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ. ສົນທິສັນຍາ​ດັ່ງກ່າວ ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ສູງ​ກ່ອນ​ທີ່​ມີ​ຜົນ​ສັກສິດ. ຄາດ​ວ່າ ກູ​ບາ ​ແລະ ອາ​ເມ​ລິ​ກາ ຈະ​ມີ​ຂໍ້​ຕົກລົງ 20 ສະບັບ​ກ່ອນ​ທີ່​ທ່ານ​ປະທານາທິບໍດີ Obama ສິ້ນ​ສຸດ​ອາຍຸ​ການ.

 

 

ຂ່າວ/ບົດ​ອື່ນ