ອາເມລິກາ ກະຕຸກຊຸກຍູ້ ກາຕາ ແລະ ບັນດາປະເທດ ອາຣັບ ຊອກຫາມາດຕະການໃຫ້ແກ່ວິກິດການທາງການທູດ

(VOVWORLD) - ວັນທີ 25 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ກະຕຸກຊຸກຍູ້ ກາຕາ ແລະ ບັນດາປະເທດ ອາຣັບ ທີ່ຢຸດຕິການພົວພັນທາງການທູດກັບ ກາຕາ ຄວນພ້ອມກັນມານະພະຍາຍາມບັນລຸໄດ້ມາດຕະການແກ້ໄຂວິກິດການທາງການທູດໃນປະຈຸບັນ
ອາເມລິກາ ກະຕຸກຊຸກຍູ້ ກາຕາ ແລະ ບັນດາປະເທດ ອາຣັບ ຊອກຫາມາດຕະການໃຫ້ແກ່ວິກິດການທາງການທູດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson (ພາບອິນເຕີແນັດ)

ໃນຖະແຫຼງການໜຶ່ງ ທ່ານ Rex Tillerson ເນັ້ນໜັກວ່າ: ບາດກ້າວຕໍ່ໄປມີລັກສະນະປະສິດທິຜົນສຳລັບແຕ່ລະຝ່າຍນັ້ນແມ່ນ “ປະຊຸມນຳກັນ” ເພື່ອສືບຕໍ່ການເຈລະຈາ. ວໍຊິງຕັນ ເຊື່ອໝັ້ນວ່າ ບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງ ອາເມລິກາ ຈະແຂງແຮງກ່ວາ ເມື່ອເຂົາເຈົ້າພ້ອມກັນເຮັດວຽກນຳກັນ ເພື່ອມຸ່ງໄປເຖິງຈຸດໝາຍ ຊຶ່ງບັນດາຝ່າຍເຫັນດີເປັນເອກະພາບນຳກັນແມ່ນ ຢຸດຕິລັດທິກໍ່ການຮ້າຍກໍ່ຄືຕ້ານຄືນລັດທິຫົວຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ