ອາເມລິກາ ກ່າວເຕືອນບັນດາປະເທດນຳເຂົ້ານ້ຳມັນຈາກ ອີຮານ

(VOVWORLD) - ວັນທີ 21 ຕຸລາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ໄດ້ກ່າວເຕືອນວ່າ ບັນດາປະເທດຈະປະສົບກັບຄວາມຫຍຸ້ງຍາກກ່ວາ ໃນເລື່ອງໄດ້ຮັບການຍົກເວັ້ນລົງໂທດທີ່ກ່ຽວຂ້ອງເຖິງຄຳສັ່ງຫ້າມນຳເຂົ້ານ້ຳມັນຈາກ ອີຣານ ເມື່ອທຽບໃສ່ສະໄໝອຳນາດການປົກຄອງອະດີດປະທານາທິບໍດີ Barack Obama.
ອາເມລິກາ ກ່າວເຕືອນບັນດາປະເທດນຳເຂົ້ານ້ຳມັນຈາກ ອີຮານ  - ảnh 1 ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin (ພາບ: AFP/TTXVN)

ສຳນັກຂ່າວສານ Reuters ໄດ້ຄັດສະເໜີຄຳເວົ້າເມືີ່ອຕອບສຳພາດຕໍ່ນັກຂ່າວຂອງທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃນການຢ້ຽມຢາມ ຕາເວັນອອກກາງ ໃຫ້ຮູ້ວ່າ: ເພື່ອໄດ້ຮັບການຍົກເວັ້ນຈາກຄຳສັ່ງລົງໂທດຂອງ ອາເມລິກາ, ບັນດາປະເທດຈະຕ້ອງຫລຸດຜ່ອນປະລິມານນ້ຳມັນທີ່ນຳເຂົ້າຈາກ ອີຣານ ລົງ 20% ເມື່ອທຽບໃສ່ໄລຍະ 2013 - 2015. ທ່ານ Steven Mnuchin ຫວັງວ່າ ຖ້າຫາກ ອາເມລິກາ ຍົກເວັ້ນໃຫ້ບັນດາປະເທດທີ່ຕອບສະໜອງໄດ້ເງື່ອນໄຂຢ່າງຄົບຖ້ວນນັ້ນ, ປະລິມານນ້ຳມັນສົ່ງອອກຂອງ ອີຣານ ຈະຫລຸດລົງພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ