ອາເມລິກາ ຈັບຕົວ 6 ຄົນທີ່ກ່ຽວຂ້ອງເຖິງກຸ່ມປະກອບອາວຸດ IS

ອາເມລິກາ ຈັບຕົວ 6 ຄົນທີ່ກ່ຽວຂ້ອງເຖິງກຸ່ມປະກອບອາວຸດ IS - ảnh 1
(ພາບປະກອບ)

​(vovworld) –  ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ອາ​ເມ​ລິ​ກາ ຫາ​ກໍ່​ຈັບ​ຕົວ 6 ຄົນ​ຊາວອາ​ເມ​ລິ​ກາ ​ເຊື້ອ​ຊາດ ​ໂຊ​ມາ​ເລຍ ມີ​ສ່ວນ​ກ່ຽວຂ້ອງ​ເຖິງກຸ່ມ “ລັດອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງ. ວັນ​ທີ 20/04, ​ແຈ້ງການຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ພາຍຫຼັງ 10 ​ເດືອນ​ສືບສວນ, ບັນດາ​ພະລະ​ກອນ​ກຳລັງ​ພິ​ເສດ​ຕ້ານ​ກໍ່​ການ​ຮ້າຍ​ອົງການ​ສືບສວນສະຫະລັດ​ (FBI) ​ໄດ້​ຈັບ​ຕົວ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ ຢູ່ 2 ນະຄອນ​ແມ່ນ Minneapolis, ​ລັດ Minnesota ​ແລະ San Diego ລັດ California. ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ ພວມຊອກ​ຫາວິທີ​ສົ່ງ​ເສີມ ​ແລະ ຮັບ​ສະໝັກ​ພົນລະ​ເມືອງ​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ IS. ຕາມ​ຜູ້​ພິພາກສາ​ສະຫະລັດ​ ອາ​ເມ​ລິ​ກາ Andrew Luger, ຢູ່ Minnesota, ທັງ 6 ຄົນ​ດັ່ງກ່າວ ລ້ວນ​ແຕ່​ມີ​​ເຈດ​ຈຳນົງເຂົ້າ​ຮ່ວມ IS. ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​ຈະ​ຖືກນຳ​ຂຶ້ນ​ສານພິພາກສາ​ໃນ​ວັນ​ທີ 20/04.

ຂ່າວ/ບົດ​ອື່ນ