ອາເມລິກາ ຈະຜັນຂະຫຍາຍພົນທະຫານປະກອບ ອາວຸດ ໄປຍັງເຂດຊາຍແດນ ເມັກຊີໂກ

(VOVWORLD) -ວັນທີ 24 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ປະເທດນີ້ຈະຈັດສົ່ງພົນທະຫານປະກອບອາວຸດ ໄປຍັງເຂດຊາຍແດນທາງພາກໃຕ້ ພາຍຫຼັງເຫດການພົນທະຫານ ເມັກຊີໂກ ໄດ້ “ແນປືນ” ໃສ່ຝ່າຍກອງທັບຂອງ ອາເມລິກາ ຫວ່າງມໍ່ໆມານີ້.

        ທ່ານປະທານາທິບໍດີ Donald Trump ໄດ້ເຕື້ອງເຖິງເຫດທີ່ເກີດຂຶ້ນໃນວັນທີ 13 ເມສາ ຜ່່ານມາ ເມື່ອທະຫານ ເມັກຊີໂກ ໄດ້ຮັບຖືວ່າ ໄດ້ຊັກຖາມ ແລະ ແນປືນໃສ່ພົນທະຫານ ອາເມລິກາ 02 ຄົນທີ່ພວມລາດຕະເວນຢູ່ເຂດຊາຍແດນ ຢ່າງລຽນຕິດ. ໂດຍແບ່ງປັນໃນສື່ສັງຄົມອອນລາຍ Twitter ຂອງຕົນ ທ່ານ Donald Trump ຖືວ່າ ຫວ່າງມໍ່ໆມານີ້ ທະຫານ ເມັກຊີີໂກ ໄດ້ແນປືນໃສ່ພົນທະຫານສັງກັດກໍາລັງພິທັກແຫ່ງຊາດ ອາເມລິກາ ແລະ ເອີ້ນນີ້ວ່າ “ອາດຈະແມ່ນກົນລວງ ກັບພວກຄ້າຂາຍຢາເສບຕິດ ຢູ່ເຂດຊາຍແດນ”. ຕາມທ່ານ Donald Trump ແລ້ວ, ບັນດາການກະທໍາດັ່ງກ່າວ ແມ່ນດີທີ່ສຸດ ບໍ່ຄວນເຮັດແບບນັ້ນອີກ ແລະ ວໍຊີງຕັນ ຈະສົ່ງທະຫານປະກອບອາວຸດ ໄປຍັງເຂດຊາຍແດນ.


ຕອບກັບ

ຂ່າວ/ບົດ​ອື່ນ