ອາເມລິກາ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ

ອາເມລິກາ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ - ảnh 1
ທ່ານ​ Rex Tillerson ​​ຕ້ອນຮັບ​ບັນດາ​
ເອກ​ອັກຄະ​ລັດຖະທູດອາ​ຊຽນ

(vovworld) - ​ ວັນ​ທີ 11/03 ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໄດ້​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຂອງບັນດາ​ປະ​ເທດ​ ອາ​ຊຽນ ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ DC. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Tillerson ຢືນຢັນ​ວ່າ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອາ​ຊຽນ, ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະຫະສະມາຄົມ ​ແລະ ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ, ກໍ່​ຄື​ຮັບ​ມື​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ລວມທີ່​ພວມ​ເກີດ​ຂຶ້ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Tillerson ຢືນຢັນ​ວ່າ ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ​ພາກ​ພື້ນ​ທັງ​ດ້ານ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ, ພ້​ອມທັງ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ, ລວມມີ​ທັງ ອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ​ປາຊີ​ຟິກ (APEC).

 

ຕອບກັບ

ຂ່າວ/ບົດ​ອື່ນ