ອາເມລິກາ ຕີລາຄາກຸ່ມ G7 ປະຕິບັດຂໍ້ສະເໜີຍົກເລີກກຳແພງການຄ້າ

(VOVWORLD) - ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ຖະແຫຼງວ່າ
ອາເມລິກາ ຕີລາຄາກຸ່ມ G7 ປະຕິບັດຂໍ້ສະເໜີຍົກເລີກກຳແພງການຄ້າ - ảnh 1 ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin (ພາບ: AFP/TTXVN)

ບັນດາປະເທດມະຫາອຳນາດອຸດສາຫະກຳກຸ່ມບັນດາປະເທດອຸດສາຫະກຳພັດທະນາກ່ວາໝູ່ໃນໂລກ (G7) ພວມຜັນຂະຫຍາຍຄຳຮຽກຮ້ອງຂອງທ່ານທີ່ຮຽກຮ້ອງໃຫ້ບັນດາປະເທດນີ້ຍົກເລີກພາສີ, ກຳແພງປອດພາສີ ແລະ ການຊ່ວຍໜູນຢ່າງເຂັ້ມງວດ ພ້ອມນັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຈະຊຸກຍູ້ບັນຫານີ້ ໃນບັນດາການເຈລະຈາທີ່ຈະມາເຖິງກັບຄະນະການນຳສະຫະພາບ ເອີຣົບ (ອີຢູ).

        ວັນທີ 22 ກໍລະກົດ, ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ສິ້ນສຸດລົງ, ທ່ານລັດຖະມົນຕີ Steven Mnuchin ໃຫ້ຮູ້ວ່າ: ຫຼັກໝັ້ນດ້ານການຄ້າຂອງທ່ານປະທານາທິບໍດີ Donald Trump ບໍ່ແມ່ນນະໂຍບາຍປົກປ້ອງ, ແຕ່ແມ່ນພື້ນຖານການຄ້າເສລີ ແລະ ຍຸຕິທຳໃຫ້ແກ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ