ອາເມລິກາ ຖອນຕົວອອກຈາກສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) - ວັນທີ 19 ມິຖຸນາ, ອາເມລິກາ ໄດ້ຕົກລົງຖອນຕົວອອກຈາກສະພາສິດທິມະນຸດສະຫະປະຊາຊາດ.
ອາເມລິກາ ຖອນຕົວອອກຈາກສະພາສິດທິມະນຸດສະຫະປະຊາຊາດ - ảnh 1 ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Nikki Haley (ພາບ: Reuters)

ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ໄດ້ປະກາດຂໍ້ຕົກລົງດັ່ງກ່າວ ພ້ອມທັງ ຖືວ່າ: ສະພາສິດທິມະນຸດສະຫະປະຊາຊາດມີທັດສະນະແນວຄິດຕາຍຕົວຕ້ານຄືນ ອິດສະລາແອັນ. ທ່ານນາງ Nikki Haley ເນັ້ນໜັກວ່າ: ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາໃນສະພາບຕົວຈິງ ນັ້ນແມ່ນ ບໍ່ມີປະເທດໃດ ມີຄວາມກ້າຫານເພື່ອສະໜັບສະໜູນບັນດາການຕໍ່ສູ້ ໂດຍ ອາເມລິກາ ດຳເນີນເພື່ອແນໃສ່ປະຕິຮູບການຈັດຕັ້ງ. ທ່ານນາງ Nikki Haley ກໍ່ຊີ້ແຈ້ງວ່າ: ເລື່ອງ ອາເມລິກາ ຕົກລົງຖອນຕົວອອກຈາກສະພາສິດທິມະນຸດສະຫະປະຊາຊາດ ບໍ່ໝາຍຄວາມວ່າ ປະເທດນີ້ ຖອນອອກຈາກບັນດາຄຳໝັ້ນສັນຍາສຳລັບສິດທິມະນຸດ.

        ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດໃນປີ 2017, ອາເມລິກາ ໄດ້ຖອນຕົວອອກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ, ຫລຸດຜ່ອນການອຸປະຖຳໃຫ້ບັນດາອົງການຂອງສະຫະປະຊາຊາດ ແລະ ປະກາດແຜນການຖອນຕົວອອກຈາກສັນຍາ Paris ກ່ຽວກັບເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຂໍ້ຕົກລົງນິວເຄຼຍກັບ ອີຣານ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ