ອາເມລິກາ ຖະແຫຼງ ຍາດຊິງໄດ້ທ່າໄດ້ປຽບໃນສົງຄາມການຄ້າ

(VOVWORLD) -ອາເມລິກາ ຈະຍາດຊິງໄດ້ທ່າໄດ້ປຽບ ໃນສົງຄາມການຄ້າກັບ ຈີນ ແລະ ແນ່ນອນວ່າ ຈະຍາດໄດ້ໄຊຊະນະ.

ອາເມລິກາ ຖະແຫຼງ ຍາດຊິງໄດ້ທ່າໄດ້ປຽບໃນສົງຄາມການຄ້າ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN) 

ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານ Fox News ໃນວັນທີ 23 ກັນຍາ,  ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  ຢັ້ງຢືນວ່າ ບັນດານັກວາງກໍານົດນະໂຍບາຍ ຂອງ ວໍຊິງຕັນ ກໍາລັງຫຍັບມໍ່ເຂົ້າເຖິງຈຸດເວລາບັງຄັບ ຈີນ ຕ້ອງມີການປະພຶດຢ່າງໂປ່ງໃສ, ເຄົາລົບກົດໝາຍ ແລະ ສິດຊັບສິນທາງປັນຍາ ຖ້າຫາກຢາກກາຍເປັນ “ປະເທດມະຫາອໍານາດ - ປະເທດມະຫາອໍານາດທົ່ວໂລກ” ດັ່ງຄວາມຫວັງ. ທ່ານໃຫ້ຮູ້ຕື່ມອີກວ່າ  ທ່ານປະທານາທິບໍດີ Donald Trump  ຢາກຜັນຂະຫຍາຍຢ່າງແຮງບັນດານະໂຍບາຍທີ່ເໝາະສົມ ເຊິ່ງຊາວຜູ້ອອກແຮງງານ ຂອງ ອາເມລິກາ ຕ້ອງຊົມໃຊ້.

        ການສໍາພາດໄດ້ດໍາເນີນ ກ່ອນທີ່ທ່ານປະທານາທິບໍດີ Donald Trump  ອອກຄໍາສັ່ງ ຈັດວາງອັດຕາພາສີ 10% ສໍາລັບສິນຄ້າຂອງນໍາເຂົ້າຈາກ ຈີນ ລວມມູນຄ່່າ 200 ຕື້ USD 01 ວັນ ເຊິ່ງຄໍາສັ່ງດັ່ງກ່າວຈະມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 24 ກັນຍາ ເປັນຕົ້ນໄປ. ປັກກິ່ງ ໄດ້ປະກາດວ່າ ກໍຈະຈັດວາງອັດຕາພາສີ ສໍາລັບສິນຄ້າຂອງ ອາເມລິກາ ລວມມູນຄ່າ 60 ຕື້ USD, ພ້ອມທັງຈະຍື່ນໃບຮອ້ງຟ້ອງ ອາເມລິກາ ຂຶ້ນ ຕໍ່  WTO  ເພາະມີການກ່ຽວຂ້ອງເຖິງການກະທໍາດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ