ອາເມລິກາ ນາບຂູ່ຈະດຳເນີນສົງຄາມເຢັນຮອບດ້ານກັບຈີນ

(VOVWORLD) - ຖະແຫຼງການດັ່ງກ່າວໂດຍທ່ານຮອງປະທານາທິບໍດີ ອາເມລິກາ Pence ຍົກອອກມາກ່ອນການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump
ອາເມລິກາ ນາບຂູ່ຈະດຳເນີນສົງຄາມເຢັນຮອບດ້ານກັບຈີນ - ảnh 1 ທ່ານ Mike Pence, ຮອງປະທານາທິບໍດີ ອາເມລິກາ

ວັນທີ 14 ພະຈິກ, ທ່ານ Mike Pence, ຮອງປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນ ຈີນ ວ່າຈະຕ້ອງປະເຊີນໜ້າກັບສົງຄາມເຢັນຮອບດ້ານກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືຂອງ ອາເມລິກາ ຖ້າຫາກວ່າປະເທດນີ້ບໍ່ປ່ຽນແປງການກະທຳຂອງຕົນ. ຖະແຫຼງການດັ່ງກ່າວໂດຍທ່ານຮອງປະທານາທິບໍດີ ອາເມລິກາ Pence ຍົກອອກມາກ່ອນການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ຢູ່ ປະເທດ ອາກຊັງຕິນ ໃນວັນທີ 30 ພະຈິກນີ້.

        ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ກໍ່ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີຄວາມກົດດັນດ້ານເສດຖະກິດ, ການທູດ ກໍ່ຄືກ່ຽວກັບດ້ານການເມືອງສຳລັບ ຈີນ ຖ້າຫາກວ່າ ປັກກິ່ງ ບໍ່ຢາກຍົກອອກບັນດາຄວາມປະນິປະນອມ ເພື່ອແນໃສ່ແກ້ໄຂບໍ່ພຽງແຕ່ດ້ານການຂາດດຸ່ນການຄ້າລະຫວ່າງສອງປະເທດເທົ່ານັ້ນ, ພ້ອມທັງຖືວ່າ ຈີນ ຈະບໍ່ມີຄວາມເຂັ້ມແຂງຢ່າງພຽງພໍເພື່ອຈະສືບຕໍ່ສ້າງຄວາມເຄັ່ງຕຶງປີນຂຶ້ນໄດກັບ ອາເມລິກາ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ