ອາເມລິກາ ປະກາດວັນເວລາ ຖອນຕົວອອກຈາກ INF

(VOVWORLD) -ອາເມລິກາ ຈະຖອນຕົວອອກຈາກ ສົນທິສັນຍາ ບັນດາກໍາລັງນິວເຄຼຍໄລຍະກາງ (INF) ໃນວັນທີ 02 ກຸມພາ ຈະມາເຖິງ

ອາເມລິກາ ຈະຖອນຕົວອອກຈາກ ສົນທິສັນຍາ ບັນດາກໍາລັງນິວເຄຼຍໄລຍະກາງ (INF) ໃນວັນທີ 02 ກຸມພາ ຈະມາເຖິງ. ຂໍ້ມູນດັ່ງກ່າວ ໂດຍທ່ານນາງ Andrea Thompson, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຜູ້ຮັບຜິດຊອບ ກ່ຽວກັບບັນຫາຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ ໄດ້ ແຈ້ງໃຫ້ບັນດາສະມາຊິກຂອງ  ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຮັບຊາບໃນວັນທີ 16 ມັງກອນ.

        ທ່ານນາງ Andrea Thompson ຊີ້ແຈ້ງວ່າ ການປຶກສາຫາລືກັບບັນດາອົງການເຈົ້າໜ້າທີ່ລັດເຊຍ ແມ່ນເພື່ອຮັກສາ INF ແມ່ນ “ເປັນໜ້າຜິດຫວັງ” ແລະ ຖືວ່າ ລັດເຊຍ ສືບຕໍ່ລະເມີດບັນດາຂໍ້ຫຼັກໃນ INF, ໃນຂະນະນັ້ນ ມົດສະກູ ກໍບໍ່ບອກລາຍລະອຽດວ່າ ຈະດັດປັບຄືແນວໃດ ກັບ ສົນທິສັນຍາດັ່ງກ່າວໃນອະນາຄົດ.

        ແຫຼ່ງຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງການເຈລະຈາລະຫວ່າງຝ່າຍລັດເຊຍ ແລະ ອາເມລິກາ ເພື່ອກູ້ເອົາ INF ຊຶ່່ງໄດ້ຈັດຂຶ້ນຢູ່ ເຊີແນວ, ສະວິດ ເປັນເວລາໜຶ່ງວັນ ການເຈລະຈາ ບໍ່ໄດ້ຮັບຜົນດີ ແລະ ເມື່ອສອງຝ່າຍສືບຕໍ່ຕໍານິຕິຕຽນເຊິ່ງກັນ ແລະກັນ.


ຕອບກັບ

ຂ່າວ/ບົດ​ອື່ນ