ອາເມລິກາ ປະຕິເສດ ຂ່າວຄາວ ກ່ຽວກັບແຜນການສ້າງຕັ້ງສະຫະລັດ ປາແລັດສະຕິນ - ຈໍແດນ

(VOVWORLD) -“...ບັນດາຂ່າວລືທີ່ກ່ຽວຂ້ອງເຖິງແຜນການສ້າງສັນຕິພາບ ລວມທັງການສ້າງຕັ້ງສະຫະລັດລວມມີ ຈໍແດນ, ອິດສະຣາແອັນ ແລະ ອໍານາດການປົກຄອງ ປາແລັດສະຕິນ ຫຼື ກ່ຽວກັບການຫັນ ຈໍແດນ ເປັນບ້ານເກີດເມືອງນອນຂອງ ຊາວ ປາແລັດສະຕິນ ນັ້ນ ແມ່ນບໍ່ຖືກຕ້ອງ”.

ວັນທີ 24 ເມສາ, ທ່ານ Jason Greenblatt ທູດພິເສດຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລົງຂ່າວໃນສື່ສັງຄົມອອນລາຍ Twitter ຂອງຕົນ ໂດຍປະຕິເສດບັນດາຂ່າວຄາວທີ່ຖືວ່າ ແຜນການສ້າງສັນຕິພາບຢູ່ ຕາເວັນອອກກາງ ຂອງ ອາເມລິກາ ລວມທັງການສ້າງຕັ້ງສະຫະລັດ ປາແລັດສະຕິນ - ຈໍແດນ. ທ່ານຂຽນວ່າ “ພະມະຫາກະສັດ ຈໍແດນ Abdullah II ແມ່ນພັນທະມິດທີ່ໝັ້ນແກ່ນຂອງ ອາເມລິກາ. ບັນດາຂ່າວລືທີ່ກ່ຽວຂ້ອງເຖິງແຜນການສ້າງສັນຕິພາບ ລວມທັງການສ້າງຕັ້ງສະຫະລັດລວມມີ ຈໍແດນ, ອິດສະຣາແອັນ ແລະ ອໍານາດການປົກຄອງ ປາແລັດສະຕິນ ຫຼື ກ່ຽວກັບການຫັນ ຈໍແດນ ເປັນບ້ານເກີດເມືອງນອນຂອງ ຊາວ ປາແລັດສະຕິນ ນັ້ນ ແມ່ນບໍ່ຖືກຕ້ອງ”.


ຕອບກັບ

ຂ່າວ/ບົດ​ອື່ນ