ອາເມລິກາ ລົງໂທດເຈົ້າໜ້າທີ່ ສປປ ເກົາຫຼີ 3 ຄົນ

(VOVWORLD) - ຕາມກະຊວງການເງິນ  ອາເມລິກາ ແລ້ວ, ບັນດາເຈົ້າໜ້າທີ່ຖືກລົງໂທດແມ່ນ Choe Ryong Hea, ທີ່ປຶກສາໃກ້ຊິດຂອງການນຳ   Kim Jong-un, ພ້ອມທັງເປັນຜູ້ນຳໜ້າຄະນະຊີ້ນຳ...

ວັນທີ 10 ທັນວາ, ກະຊວງການເງິນ ອາເມລິກາ ໄດ້ອອກຖະແຫຼງການ Washington ຈັດວາງບັນດາມາດຕະການລົງໂທດ ເຈົ້າໜ້າທີ່ ສປປ ເກົາຫຼີ 3 ຄົນ ດ້ວຍຂໍ້ກ່າວຫາລະເມີດສິດທິມະນຸດ ແລະ ທາລຸນຊາວອາເມລິກາ ຊື່ວ່າ Otto Warmbier, ຜູ້ຖືກເສຍຊີວິດພາຍຫຼັງກັບຈາກ ສປປ ເກົາຫຼີ ມາ ອາເມລິກາ ເມື່ອເດືອນ ມິຖຸນາ ປີ 2017. ຕາມກະຊວງການເງິນ  ອາເມລິກາ ແລ້ວ, ບັນດາເຈົ້າໜ້າທີ່ຖືກລົງໂທດແມ່ນ Choe Ryong Hea, ທີ່ປຶກສາໃກ້ຊິດຂອງການນຳ   Kim Jong-un, ພ້ອມທັງເປັນຜູ້ນຳໜ້າຄະນະຊີ້ນຳ ແລະ ຈັດຕັ້ງຂອງພັກແຮງງານ ສປປ ເກົາຫຼີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ Jong Kyong Theak ແລະ ຫົວໜ້າຄະນະໂຄສະນາເຜີຍແຜ່ Pak Kwang Ho. ບັນດາຄຳສັ່ງລົງໂທດຈະຢຸດທຸກການເຄື່ອນໄຫວ ບໍ່ວ່າຈະເປັນຊັບສິນໃດໆ ຂອງບັນດາເຈົ້າໜ້າທີ່ດັ່ງກ່າວ ທີ່ຂຶ້ນກັບສິດອຳນາດຂອງ ອາເມລິກາ ກໍ່ຄືຫ້າມບໍ່ໃຫ້ບຸກຄົນເຫຼົ່ານີ້ປະຕິບັດການຕິດຕໍ່ພົວພັນກັບຜູ້ໃດໃນອາເມລິກາ.

ໃນວັນດຽວກັນ, ສື່ມວນຊົນ ສປປ ເກົາຫຼີ ໄດ້ກ່າວປະນາມເລື່ອງ ອາເມລິກາ ສ້າງກຳລັງດັນຕໍ່ປະເທດນີ້ກ່ຽວກັບບັນຫາສິດທິມະນຸດ, ຢັ້ງຢືນວ່ານີ້ແມ່ນການກະທຳ “ເປັນປໍລະປັກ”, ເຊິ່ງໄປຝືນກັບເຈດຕະນາຂອງການພົບປະຄັ້ງປະຫວັດສາດ ເທື່ອທຳອິດ ລະຫວ່າງ ສອງປະເທດ ເມື່ອເດືອນມິຖຸນາທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ