ອາເມລິກາ: ວັນທີກໍາລັງ IS ຢູ່ ຊີຣີ ຖືກດັບສູນໃກ້ຈະເຖິງແລ້ວ

(VOVWORLD) -ການຕໍ່ສູ້ ຕ້ານອົງການກໍ່ການຮ້າຍແຫ່ງລັດອິດສະລາມ (IS)  ຢູ່ບໍລິເວນຕອນ ສຸດທ້າຍ ໂດຍເຂົາເຈົ້າຄວບຄຸມ ຢູ່ພາກຕາເວັນອອກຊີຣີ ພວມດໍາເນີນຢ່າງສະດວກ.

ວັນທີ 15 ທັນວາ, ໂຄສົກກໍາລັງປະສົມ ໂດຍ ອາເມລິກາ ນໍາໜ້າ, ທ່ານພັນເອກ Sean Ryan ໃຫ້ຮູ້ວ່າ ການຕໍ່ສູ້ ຕ້ານອົງການກໍ່ການຮ້າຍແຫ່ງລັດອິດສະລາມ (IS)  ຢູ່ບໍລິເວນຕອນ ສຸດທ້າຍ ໂດຍເຂົາເຈົ້າຄວບຄຸມ ຢູ່ພາກຕາເວັນອອກຊີຣີ ພວມດໍາເນີນຢ່າງສະດວກ. ທ່ານພັນເອກ Ryan ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ພາຍຫຼັງບັນດາກໍາລັງປະຊາທິປະໄຕ ຊີຣີ ( SDF) ໂດຍ ອາເມລິກາ ໜູນຫຼັງ ຍາດໄດ້ສິດຄວບຄຸມເທດສະບານເມືອງ Hajin, ເຊິ່່ງເປັນເຂດຕົວເມືອງທີ່ໃຫຍ່ສຸດ ໂດຍ IS ຄວບຄຸມ ຢູ່ທາງພາກຕາເວັນອອກ ຊີຣີ. ເຖິງຢ່າງໃດກໍຕາມ ທ່ານ Ryan ກໍເນັ້ນໜັກວ່າ IS ຍັງຄົງກໍ່ຄວາມນາບຂູ່ ແລະ ບັນດາມືປືນ IS ພວມເຕົ້າໂຮມກັນ ແລະ ດໍາເນີນການຕິດຕັ້ງບັນດາອຸປະກອນລະເບີດທີ່ປະດິດສ້າງເອງ ເພື່ອເຮັດໃຫ້ບາດກ້າວຂອງບັນດາການບຸກໂຈມຕີຂອງ SDF  ຊ້າລົງ.


 

ຕອບກັບ

ຂ່າວ/ບົດ​ອື່ນ