ອາເມລິກາ, ສ.ເກົາຫຼີ ສົມທົບຍຸດທະສາດສຳລັບ ສປປ.ເກົາຫຼີ

(VOVWORLD) - ທ່ານລັດຖະມົນຕີ Cho Myoung-gyon ແລະ ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ “ຢັ້ງຢືນຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ” ໃນສະພາບການ ອາເມລິກາ ແລະ ສ.ເກົາຫຼີ 
ອາເມລິກາ, ສ.ເກົາຫຼີ ສົມທົບຍຸດທະສາດສຳລັບ ສປປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ Cho Myoung-gyon (ພາບ: YONHAP/TTXVN )

ໃນການຢ້ຽມຢາມ ອາເມລິກາ ທີ່ແກ່ຍາວມາເປັນເວລາ 5 ວັນ, ວັນທີ 16 ພະຈິກ, ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດຂອງ ສ.ເກົາຫຼີ Cho Myoung-gyon ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເພື່ອສົມທົບຄວາມມານະພະຍາຍາມສ້າງແຫຼມ ເກົາຫຼີ ປອດນິວເຄຼຍ. ໃນຖະແຫຼງການໜຶ່ງ, ທ່ານ Heather Nauert ໂຄສົກກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ: ທ່ານລັດຖະມົນຕີ Cho Myoung-gyon ແລະ ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ “ຢັ້ງຢືນຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ” ໃນສະພາບການ ອາເມລິກາ ແລະ ສ.ເກົາຫຼີ ພ້ອມກັນມຸ່ງໄປເຖິງເລື່ອງສ້າງ ສປປ.ເກົາຫຼີ ປອດນິວເຄຼຍໃຫ້ສົບບູນແບບ ແລະ ໄດ້ກວດກາຢ່າງຄົບຖ້ວນ - ເຊິ່ງແມ່ນບັນຫາ ໂດຍການນຳ ສປປ.ເກົາຫຼີ Kim Jong-un ເຫັນດີເປັນເອກະພາບ. 2 ຝ່າຍກໍ່ປຶກສາຫາລືບັນດາມາດຕະການເພີ່ມທະວີການສົມທົບກັນ ແນໃສ່ຮັບປະກັບວ່າ ການຮ່ວມມືລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ໄດ້ດຳເນີນ “ທິດດຽວ” ດ້ວຍບັນດາການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ກ່ຽວກັບປອດນິວເຄຼຍ.

       ແລະກໍ່ໃນວັນທີ 16 ພະຈິກ, ອາເມລິກາ ແລະ ອັງກິດ ໄດ້ປຶກສາຫາລືບັນດາມາດຕະການສະກັດກັັ້ນການຫລີກລ້ຽງບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງບັນດາໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງ ພຽງຢາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ