ອາເມລິກາ ຮຽກຮ້ອງ ສປປ.ເກົາຫຼີ ປະລະອາວຸດນິວເຄຼຍ

ອາເມລິກາ ຮຽກຮ້ອງ ສປປ.ເກົາຫຼີ ປະລະອາວຸດນິວເຄຼຍ - ảnh 1
​ທ່ານ Yun Byung-se ແລະ ທ່ານ Rex Tillerson
(ພາບອິນເຕີແນັດ)

(vovworld) - ວັນ​ທີ 17/03 ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ລວມກັບ​ຄູ່​ຄຳ​ແໜ່​ງປະ​ເທດ​ເຈົ້າພາບ​ທ່ານ Yun Byung-se, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ທີ່​ພວມ​ຢູ່​ຢ້ຽມຢາມ ສ.​ເກົາຫຼີ, ​ໃຫ້​ຮູ້​ວ່າ: ນະ​ໂຍບາຍຍືດໝັ້ນ​ຍຸດ​ທະ​ສາດ​ຂອງ ອາ​ເມ​ລິ​ກາ ສຳລັບ ສປປ.​ເກົາຫຼີ ​ໄດ​້ຢຸດຕິ​ລົງ. ອາ​ເມ​ລິ​ກາ ພວມ​ຊອກ​ຫາ​ບັນດາ​ມາດ​ຕະການ​ໃໝ່​ ດ້ານການ​ທູດ, ການປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ ​ໃຫ້​ແກ່​ບັນຫາ ນິວ​ເຄຼຍ ​ໃນ​ແຫຼ​ມ ​ເກົາຫຼີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ  Rex Tillerson ຢືນຢັນ​ວ່າ ອາ​ເມ​ລິ​ກາ ຈະ​ພິຈາລະນາທຸກ​ການ​ເລືອກ​ເຟັ້ນ, ​ໃນ​ນັ້ນ​ມີທັງ​ການ​ກະທຳ​ດ້ານ​ການ​ທະຫານ

​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Yun Byung-se ຢືນຢັນ​ວ່າ ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ມີ​ເປົ້າ​ໝາຍ​ລວ​ມ​ແມ່ນ ປອດ​ນິວ​ເຄຼຍຢ່າງ​ສິ້ນ​ເຊິ​ງ​ໃນ​ແຫຼມ ​ເກົາຫຼີ ​​. ທ່ານ Yun Byung-se ກໍ່​ເນັ້ນ​ໜັກ​ເຖິງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​​ໄລຍະສູງ​ໄລຍະ​ສຸດ​ທ້າຍ ​ເຊິ່ງ ສ.​ເກົາ​ຫຼີ ພວມ​ຜັນ​ຂະຫຍາຍ ພຽງ​ແຕ່​ແນ​ໃສ່​ປ້ອງກັນ​ປະ​ເທດ​ຕໍ່ ສປປ.​ເກົາ​ຫຼີ ເທົ່າ​ນັ້ນ ​ຫາກ​ບໍ່​ເລັ່ງ​ໃສ່ປະ​ເທດ​ໃດໆ.

 

ຕອບກັບ

ຂ່າວ/ບົດ​ອື່ນ