ອາເມລິກາ ຮຽກຮ້ອງໃຫ້ມີການໂອ້ລົມສົນທະນາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ

(VOVWORLD) - ທ່ານ Murphy ເນັ້ນໜັກວ່າ: ວິວັດການເຈລະຈາຄວນໄດ້ດຳເນີນຢ່າງກະຈ່າງແຈ້ງ ແລະ ໃນຈຸດເວລາທີ່ເໝາະສົມ, ຄວນຍົກອອກການທາບທາມຄຳເຫັນຂອງປະຊາຄົມສາກົນ
ອາເມລິກາ ຮຽກຮ້ອງໃຫ້ມີການໂອ້ລົມສົນທະນາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ - ảnh 1 ທ່ານ Patrick Murphy, ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ

ໃນບົດກ່າວປາໄສຫວ່າງແລ້ວນີ້, ທ່ານ Patrick Murphy, ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາອາຊີຕາເວັນອອກສ່ຽງໃຕ້ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ເຈລະຈາໃຫ້ກະຈ່າງແຈ້ງ ແລະ ມີການທາບທາມຄວາມເຫັນຈາກປະຊາຄົມສາກົນໃນວິວັດການຮຽບຮຽງກົດແຫ່ງການປະພຶດຂອງບັນດາຝ່າຍເພື່ອຫຼີກລ້ຽງການປະທະກັນຢູ່ທະເລຕາເວັນອອກ.

        ທ່ານ Murphy ເນັ້ນໜັກວ່າ: ວິວັດການເຈລະຈາຄວນໄດ້ດຳເນີນຢ່າງກະຈ່າງແຈ້ງ ແລະ ໃນຈຸດເວລາທີ່ເໝາະສົມ, ຄວນຍົກອອກການທາບທາມຄຳເຫັນຂອງປະຊາຄົມສາກົນ, ທີ່ເຄີຍສົນໃຈເຖິງໝາກຜົນຂອງການເຈລະຈາທີ່ສຸດ. ຕາມທ່ານ Murphy ແລ້ວ, ເຖິງວ່າ ອາເມລິກາ ບໍ່ແມ່ນປະເທດມີການປະກາດອຳນາດອະທິປະໄຕຢູ່ທະເລຕາເວັນອອກ ແລະ ບໍ່ເຂົ້າຮ່ວມວິວັດການເຈລະຈາກ່ຽວກັບກົດແຫ່ງການປະພຶດສະບັບນີ້, ແຕ່ທະເລຕາເວັນອອກແມ່ນເສັ້ນທາງຂົນສົ່ງການຄ້າທາງທະເລສຳຄັນທີ່ສຸດ, ດັ່ງນັ້ນ ວໍຊິງຕັນ ຈຶ່ງເອົາໃຈໃສ່ເຖິງບັນຫານີ້ທີ່ສຸດ. ຕາມທ່ານ Murphy ແລ້ວ, ປະຊາຄົມສາກົນຖືເປັນສຳຄັນການແກ້ໄຂການປະທະກັນ, ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຊອກຫາບັນດາມາດຕະການທີ່ອາດເປັນໄປໄດ້ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ