ອາເມລິກາ ເນັ້ນໜັກເຖິງຄວາມສຳຄັນຂອງການພກວດກາການຍົກເລີກນິວເຄຼຍຂອງສປປ.ເກົາຫຼີ

(VOVWORLD) -ວັນທີ 19 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການກວດກາບັນດາບາດກ້າວຍົກເລີກນິວເຄຼຍຂອງສປປ.ເກົາຫຼີ ແທນທີ່ໃຫ້ແກ່ການອີງໃສ່ພຽງແຕ່ຄວາມໄວ້ເນື້ອເຊື່ອໃຈ.

ອາເມລິກາ ເນັ້ນໜັກເຖິງຄວາມສຳຄັນຂອງການພກວດກາການຍົກເລີກນິວເຄຼຍຂອງສປປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP/TTXVN)

ໃນການຕອບສຳພາດ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Pompeo ຍອມຮັບວ່າ ປະຈຸບັນ 2 ປະເທດພວມເກີດຄວາມສົງໄສກັນເມື່ອດຳເນີນການເຈລະຈາ ເພື່ອຢຸດຕິໂຄງການອາວຸດນິວເຄຼຍຂອງສປປ.ເກົາຫຼີ ເພື່ອແລກເອົາການຍົກເລີກບັນດາມາດຕະການລົງໂທດ. ທ່ານລັດຖະມົນຕີການຕ່າງປະເທດ Pompeo ກໍ່ຢືນຢັນວ່າ, ອາເມລິກາ ຍັງຈະສືບຕໍ່ຈັດວາງບັນດາມາດຕະການລົງໂທດສຳລັບບັນດາປະເທດຕາເວັນອອກສ່ຽງເໜືອຂອງອາຊີ ນີ້. ທ່ານສະແດງຄວາມຫວັງວ່າ, ເລື່ອງຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດ, ໄປຄຽງຄູ່ກັບຄວາມມານະພະຍາຍາມໃນການເຈລະຈານັ້ນ ເພື່ອແນໃສ່ບັນລຸໄດ້ມາດຕະການດ້ານການທູດໃນບັນຫານິວເຄຼຍຂອງສປປ.ເກົາຫຼີ ແລະ ຈະນຳມາເຊິ່ງ “ໝາກຜົນອັນດີງາມຢ່າງແທ້ຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ