ອາເມລິກາ ເພີ່ມເຕີມມາດຕະການ ຍູ້ໄວວິວັດທະນາການເນລະເທດຊາວອົບພະຍົບ

(VOVWORLD) - ວັນທີ 23 ກໍລະກົດ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດມາດຕະການໃໝ່ອີກຈໍານວນໜຶ່ງ ເພື່ອແນໃສ່ເປີດກວ້າງບັ້ນສະກັດກັ້ນຊາວອົບພະຍົບ.

        ບັນດາມາດຕະການໃໝ່ນີ້ ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ທີ່ຮັບຜິດຊອບກ່ຽວກັບບັນຫາຊາວອົບພະຍົບ ກັກຂັງບໍ່ວ່າຊາວອົບພະຍົບເຂົ້າເມືອງຜິດກົດໝາຍຜູ້ໃດຢູ່ທົ່ວທຸກບ່ອນໃນທົ່ວປະເທດ ອາເມລິກາ ແລະ ມີສິດຕັດສິນດ້ວຍຕົນເອງໃນການຊາວອົບພະຍົບທີ່ມາດໍາລົງຊີວິດຢູ່ ອາເມລິກາ ຍັງບໍ່ຮອດ 2 ປີ.

        ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ປະເທດ ອາເມລິກາ ແລ້ວ, ບັນດາການປ່ຽນແປງດັ່ງກ່າວ ຈະຊ່ວຍເພີ່ມທະວີຄວາມສະຫງົບແຫ່ງຊາດ ແລະ ຮັບປະກັນຄວາມສະຫງົບປອດໄພຢູ່ສະຖານທີ່ສາທາລະນະ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ງົບປະມານຂອງລັດຖະບານ. ພ້ອມທັງຢ້ັງຢືນວ່າ:  ບັນດາມາດຕະການໃໝ່ດັ່ງກ່າວ ຈະຊ່ວຍໃຫ້ກະຊວງນີ້ແກ້ໄຂສະພາບຊາວອົບພະຍົບເຂົ້າເມືອງຜິດກົດໝາຍຢ່າງມີປະສິດທິຜົນກວ່າ.

        ໃນຂະນະນັ້ນ, ສະຖາບັນນະໂຍບາຍອົບພະຍົບ ອາເມລິກາ ໃຫ້ຮູ້ວ່າ ບັນດານະໂຍບາຍໃໝ່ຂອງທ່ານ Donald Trump ອາດຈະເຮັດໃຫ້ຊາວອົບພະຍົບເກືອບ 300.000 ຄົນ ໃນຈໍານວນປະມານ 11 ລ້ານຄົນທີ່ເຂົ້າເມືອງ ອາເມລິກາ ຢ່າງຜິດກົດໝາຍ ຈະຖືກເນລະເທດຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ