ອາເມລິກາ ແລະ ຈີນ ສືບຕໍ່ຈັດວາງອັດຕາພາສີ ຕໍ່ກັນ

(VOVWORLD) -ວັນທີ 24 ກັນຍາ, ອາເມລິກາ ຈັດວາງອັດຕາພາສີ 10% ສໍາລັບສິນຄ້ານໍາເຂົ້າຈາກຈີນລວມມູນຄ່າ 200 ຕື້ USD ຢ່າງເປັນທາງການ ໃນຂະນະ ປັກກິ່ງ ກໍ ໂຕ້ຕອບຄືນ ດ້ວຍການຈັດວາງອັດຕາພາສີຊໍ່າກັນ ສໍາລັບ ສິນຄ້ານໍາເຂົ້າຈາກ ອາເມລິກາ ລວມມູນຄ່່າ 60 ຕື້ USD.

ການຈັດວາງອັດຕາພາສີຂອງ ອາເມລິກາ ຈະມີຜົນສັກສິດ ແຕ່ເວລາ 11 ໂມງ (ຕາມເວລາຫວຽດນາມ) ເປັນຕົ້ນໄປ. ຕາມຄໍາຖະແຫຼງ ເມື່ອວັນທີ 17 ກັນຍາ ຂອງ ປະທານາທິບໍດີ ອາເມລິກາ Donald Trump, ອັດຕາພາສີດັ່ງກ່າວ ຈະມີຜົນສັກສິດແຕ່ວັນທີ 24 ກັນຍາ ກ່ອນທີ່ຈະສືບຕໍ່ເພີ່ມຂຶ້ນເຖິງ 25% ໃນຕົ້ນປີ 2019. ໃນການກະທໍາໂຕ້ຕອບໜຶ່ງ, ຈີນ ກໍໄດ້ຖະແຫຼງວ່າ ຈະຈັດວາງອັດຕາພາສີເພີ່ມເຕີມ ແຕ່ 5 – 10% ສໍາລັບສິນຄ້າທີ່ນໍາເຂົ້າຈາກ ອາເມລິກາ ລວມມຸນຄ່າ 60 ຕື້ USD, ພ້ອມທັງຍື່ນໃບຮ້ອງຟ້ອງອາເມລິກາ ຂຶ້ນຕໍ່ WTO.

        ປັດຈຸບັນ, ຍັງບໍ່ທັນຮູ້ເທື່ອວ່າ ເມື່ອໃດວົງການເຈົ້າໜ້າທີ່ຂອງ ອາເມລິກາ ແລະ ຈີນ ຈະມີການເຈລະຈາການຄ້າຮອບໃໝ່ ພາຍຫຼັງການເຈລະຈາເດືອນແລ້ວນີ້ສິ້ນສຸດລົງ ໂດຍບໍ່ນໍາມາເຊິ່ງໝາກຜົນແຕ່ຢ່າງໃດ.

ຕອບກັບ

ຂ່າວ/ບົດ​ອື່ນ