ອາເມລິກາ ແລະ ຟີລິບປິນ ໃຫ້ຄຳໝັ້ນສັນຍາຮັກສາຄວາມເສລີໃນການເດີນເຮືອບົນທະເລຕາເວັນອອກ

(VOVWORLD) - ໃນນັ້ນເຕື້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ. ໃນຖະແຫຼງການຮ່ວມ ອາເມລິກາ - ຟີລິບປິນ ໄດ້ຊີ້ແຈ້ງ ວ່າ 2 ຝ່າຍເນັ້ນໜັກຄືນໃໝ່ຄຳໝັ້ນສັນຍາຮັກສາບັນດາຫຼັກການຄືນໃໝ່
ອາເມລິກາ ແລະ ຟີລິບປິນ ໃຫ້ຄຳໝັ້ນສັນຍາຮັກສາຄວາມເສລີໃນການເດີນເຮືອບົນທະເລຕາເວັນອອກ - ảnh 1ທ່ານ Donald Trump ແລະ ທ່ານ Rodrigo Duterte

ວັນທີ 13 ພະຈິກ, ທຳນຽບຂາວ ປະກາດຖະແຫຼງການຮ່ວມລະຫວ່າງ ອາເມລິກາ ແລະ ຟີລິບປິນ ພາຍຫຼັງການເຈລະຈາລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງຟີລິບປິນ Rodrigo Duterte, ໃນນັ້ນເຕື້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ. ໃນຖະແຫຼງການຮ່ວມ ອາເມລິກາ - ຟີລິບປິນ ໄດ້ຊີ້ແຈ້ງ ວ່າ 2 ຝ່າຍເນັ້ນໜັກຄືນໃໝ່ຄຳໝັ້ນສັນຍາຮັກສາບັນດາຫຼັກການຄືນໃໝ່, ໃນນັ້ນມີສິດເສລີໃນການເດີນເຮືອ, ການບິນໃນບໍລິເວນທະເລຕາເວັນອອກ ແລະ ຄວາມລະງັບໃຈດ້ວຍຕົນເອງ. ການນຳ 2 ທ່ານກໍ່ເນັ້ນໜັກຄວາມສຳຄັນຂອງການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນຄືໄດ້ສ່ອງແສງໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). 2 ຝ່າຍກໍ່ຢ້ຳຄືນຄວາມຈຳເປັນຕ້ອງສືບຕໍ່ເດີນຕາມບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອເພີ່ມທະວີຄວາມເຊື່ອໝັ້ນຕໍ່ກັນ  ແລະ ຫຼີກລ້ຽງບັນດາການກະທຳເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງ, ໃນນັ້ນມີການນຳໃຊ້ກຳລັງທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ