ອາເມລິກາ ແລະ ສປປ.ເກົາຫຼີ ມານະພະຍາຍາມ ເພື່ອເປົ້າໝາຍຫັນເປັນປອດນິວເຄຼຍ

(VOVWORLD) - “ອາເມລິກາ ແລະ ສປປ.ເກົາຫຼີ ມານະພະຍາຍາມ ເພື່ອເປົ້າໝາຍຫັນເປັນປອດນິວເຄຼຍ”.  

ຄຳຖະແຫຼງດັ່່ງກ່າວ ໄດ້ຍົກອອກມາໃນວັນທີ 17 ສິງຫາ, ໃນສະພາບການທີ່ 02 ປະເທດພວມດໍາເນີນການປຶກສາຫາລື ກ່ຽວກັບການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong –un, ທີ່ການພົບປະສຸດຍອດຄັ້ງປະຫວັດສາດ ເມື່ອເດືອນ ມິຖຸນາ ຜ່ານມາ. ຕາມນັ້ນແລ້ວ,  ສປປ.ເກົາຫຼີ ໃຫ້ຄໍາໝັ້ນສັນຍາວ່າ ຈະເຄື່ອນໄຫວມຸ່ງໄປເຖິງການສ້າງແຫຼມເກົາຫຼີປອດນິວເຄຼຍ  ເພື່ອແລກເອົາ ການຮັບປະກັນຄວາມໝັ້ນຄົງຈາກຝ່າຍ ອາເມລິກາ. ເຖິງຢ່າງໃດກໍຕາມ, ວິວັດການປອດນິວເຄຼຍ ເບິ່ງຄືວ່າ ຍັງຊັກຊ້າຢູ່ ເພາະວ່າ ສອງຝ່າຍບໍ່ລົງລອຍກັນກ່ຽວກັບເລື່ອງຝ່າຍໃດຈະເປັນຝ່າຍຕ້ອງຜັນຂະຫຍາຍບາດກ້າວທໍາອິດ.

        ກ່ອນໜ້ານັ້ນ, ວັນທີ 12 ສິງຫາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈໍາ

 Seoul Harry Harris ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son Hui  ຢູ່ບ້ານຢຸດຮົບປານມູນຈອມ. ຕໍ່ໜ້າສະພາບການດັ່ງກ່າວ, ໄດ້ມີຂ່າວວ່າ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກະກຽມມີການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທີ 4 ໃນຊຸມວັນຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ