ອາເມລິກາ ແລະ ອິດສຣາແອນ ຕຳນິຕິຕຽນຂໍ້ຕົກລົງ ໄກ່ເກ່ຍ Fatah - Hamas

ອາເມລິກາ ແລະ ອິດສຣາແອນ ຕຳນິຕິຕຽນຂໍ້ຕົກລົງ ໄກ່ເກ່ຍ Fatah - Hamas - ảnh 1
ທ່ານ​ນາງຫົວໜ້າ​ຄະນະ​ເຈລະຈາ​ອິດສຣາ​ແອນ Tzipi Livni
(ພາບ: AFP)

(vovworld) - ພາຍຫຼັງ​​ທີ່​ໄດ້​ປະກາດຂໍ້​ຕົກລົງ​ໄກ່​ເກ່ຍລະຫວ່າງ 2 ຝ່າຍ​ສູ້​ຢັນ​ກັນນັ້ນແມ່ນ Fatah ​ແລະ Hamas ຂອງ​ປາ​ແລດ​ສຕິນ, ວັນ​ທີ 23/04, ອິດສຣາ​ແອນ ​ໄດ້​ຍົກເລີກ​ການ​ເຈລະຈາ​ສັນຕິພາບ​ກັບປາ​ແລດ​ສຕິນ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ດຽວ​ກັນ. ບັນດາ​ເຈົ້າ​ໜ້າ​ທີ່​ອິດສຣາ​ແອນ ​ແລະ ອາ​ເມ​ລິ​ກາ ກໍ່​ຕຳ​ນິຕິ​ຕຽນ​ການ​ກະທຳ​ດັ່ງ​ກ່າວ​ຂອງ​ປາ​ແລດ​ສຕິນ. ທ່ານ​ນາງຫົວໜ້າ​ຄະນະ​ເຈລະຈາ​ອິດສຣາ​ແອນ Tzipi Livni ຖືຂໍ້​ຕົກລົງ​ໄກ່​ເກ່ຍລະຫວ່າງ 2 ຝ່າຍ ປາ​ແລດ​ສຕິນ ​ແມ່ນ​ຍາກ​ທີ່​ເຈົ້າ​ໃຈ​ໄດ້ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ສັນຕິ​ພາບ.

        ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ ຖື​ວ່າ ການ​ກະທຳ​ເປັນ​ເອກະ​ພາບ​ລະຫວ່າງ 2 ຝ່າຍ Fatah – Hamas ​ແມ່ນ​ຄວາມເສຍ​ຫວັງກ່ຽວ​ກັບ​ເນື້ອ​ໃນ​ກໍ່​ຄື​ຈຸດ​ເວລາ. ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jen Psaki ​ຖື​ວ່າ Hamas ບໍ່​ກຽມພ້ອມ​ການ​ປະຕິບັດ​ບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ​ເຊິ່ງລັດຖະບານ​ອາ​ເມ​ລິ​ກາ ປາດ​ຖະໜາ ​ເພື່ອ​ເຂົ້າ​ຮ່ວມ​ວິວັດ​ທະນາການ​ສັນຕິພາບ. ປະຈຸ​ບັນ, ​ອາ​ເມ​ລິ​ກາ ຖື Hamas​ ​ແມ່ນ​ອົງການ​ກໍ່​ການ​ຮ້າຍ.

        Hamas ແລະ Fatah ​​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​ໄກ​​່ເກ່ຍ​ ​ເມື່ອວັນ​ທີ 23/04, ພາຍຫຼັງ​ໄລຍະ 7 ປີ​ທີ່​ແບ່ງ​ແຍກ. ​ເຊິ່ງຕາມ​ນັ້ນ​ແລ້ວ, 2 ຝ່າຍ​ເຫັນ​ດີ​ຮັກສາ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກ່ອນ​ນີ້, ຈະ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົ່ວຄາວ​ໃນ​ຮອບ​ເວລາ 5 ອາທິດ ​ແລະ ຈະ​ຈັດການ​ເລືອກ​ຕັ້ງຄັ້ງ​​ໃໝ່​ໃນ​ຮອບ​ເວລາ 6 ​ເດືອນ.

ຂ່າວ/ບົດ​ອື່ນ