ອາເມລິກາ ແລະສເກົາຫຼີ ຢັ້ງຢືນຄວາມສຳຄັນ ຮັກສາສະຖຽນລະພາບ ໃນແຫຼມເກົາຫຼີ

ວັນ​ທີ 29/12, ທ່ານ Leon Panetta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງຊາວ​ສ​ເກົາຫຼີ, ທ່ານ Kim Kwan jin ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ກໍ​ຄື​ເລື່ອງສືບ​ທອດ​ສິດ​ອຳນາດ​ຢູ່ ສປປ​ເກົາຫຼລີ ພາຍຫລັງ​ການ​ນຳ Kim Jong il ​ເຖິງ​ແກ່​ມໍລະນະ​ກຳ. ສອງ​ຝ່າຍ​ໄດ້​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ໃນ​ແຫຼມ​ເກົາຫຼີ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະສັນ ຈະ​ສືບ​ຕໍ່​ສົມທົບ​ກັນ ຕິດຕາມ​ກວດກາ​ສະພາບ​ການ​ຢູ່ ສປປ​ເກົາຫຼີຢ່າງ​ແໜ້ນ​ແຟ້ນ

  ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານສູນ​ກາງ ສປປ​ເກົາ​ລີ KCNA ​ໄດ້​ຄັດ​ສະ​ເໜີ​ມະຕິ​ຂອງ​ຄະນະ​ປະທານ​ສະພາ​ປະຊາຊົນ​ສູງ​ສຸດ​ປະ​ເທດ​ນີ້ ມອບນາ​ມາະຍົດ “ວິລະ​ຊົນ​ຂອງ ສປປ​ເກົາຫຼີ” ​ໃຫ້​ແກ່​ອະດີດການ​ນຳ Kim Jong il ຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ປະ​ເທດ​ນີ້​ທັງ​ໝົດ .
ຂ່າວ/ບົດ​ອື່ນ