ອາເມລິກາ ໄດ້ແຕ່ງຕັ້ງຜູ້ຕາງໜ້າການຄ້າ ເຂົ້າຮ່ວມກອງປະຊຸມຂອງບັນດາລັດຖະມົນຕີ APEC

(VOVWORLD) - ວັນທີ 15 ພຶດສະພາ, ໂຄສົກທຳນຽບຂາວ Sean Spicer ໃຫ້ຮູ້ວ່າຜູ້ຕາງໜ້າການຄ້າຄົນໃໝ່ຂອງ ອາເມລິກາ Robert Lighthizer ຈະເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີ ຂອງບັນດາປະເທດ ທີ່ຂຶ້ນກັບເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໃນອາທິດໜ້າຢູ່ຫວຽດນາມ. ກອງປະຊຸມຈະໄຂຂຶ້ນໃນວັນທີ 20-21 ພຶດສະພາ ຢູ່ຮ່າໂນ້ຍ, ຫວຽດນາມ ລະຫວ່າງລັດຖະມົນຕີກະຊວງການຄ້າຂອງບັນດາປະເທດ APEC, 

ອາເມລິກາ ໄດ້ແຕ່ງຕັ້ງຜູ້ຕາງໜ້າການຄ້າ ເຂົ້າຮ່ວມກອງປະຊຸມຂອງບັນດາລັດຖະມົນຕີ APEC - ảnh 1 ຜູ້ຕາງໜ້າການຄ້າຄົນໃໝ່ຂອງ ອາເມລິກາ Robert Lighthizer

(ພາບ: AFP/vietnam+)

ທ່ານ Lighthizer ຈະໄດ້ພົບກັບຄູ່ຮ່ວມຕຳແໜ່ງຫຼາຍຄົນ ຂອງບັນດາຝ່າຍເຊັນສັນຍາຄູ່ຮ່ວມມື ຂ້າມປາຊີຟິກ (TPP). ນອກຈາກນັ້ນ, ທ່ານ Spicer ໃຫ້ຮູ້ວ່າ ທ່ານ Lighthizer ຈະພົບປະກັບບັນດາຄະນະກຳມມທິການສຳຄັນ ທີ່ພົວພັນເຖິງການຄ້າຂອງສະພາແຫ່ງຊາດ ອາເມລິກາ ພາຍໃນອາທິດນີ້. ບັນດາການພົບປະນີ້ແມ່ນຄຳຮຽກຮ້ອງກ່ອນທີ່ຈະສົ່ງ ຈົດໝາຍເຖິງບັນດາ ສສຊ ເພື່ອປະກາດ. ເລີ່ມຕົ້ນວິວັດທະນາການເຈລະຈາສັນຍາການຄ້າເສລີອາເມລິກາເໜືອ (NAFTA)ຄືນໃໝ່, ເລີ່ມຕົ້ນການທາບທາມຄຳເຫັນແກ່ຍາວ 90 ວັນ ພາຍຫຼັງບັນດາການເຈລະຈາ ກ່ຽວກັບໜຶ່ງໃນບັນດາກຸ່ມການຄ້າໃຫຍ່ທີ່ສຸດໃນໂລກ ຊຶ່ງອາດຈະເລີ່ມດຳເນີນຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ