ອາເມລິກາກະກຽມບຸກໂຈມຕີISຢູ່ຊີຣີ

ອາເມລິກາກະກຽມບຸກໂຈມຕີISຢູ່ຊີຣີ - ảnh 1
ກຸ່ມ​ລັດ​ອິດ​ສະ​ລາມ IS
(ພາບ: KT)

(​vovworld) – ​ກອງ​ທັບ ອາ​ເມ​ລິ​ກາ ໄດ້ກຽມ​ພ້ອມ ແ​ລະ ຍັງ​ລໍ​ຖ້າ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ເພື່ອ​ຜັນ​ຂະ​ຫຍາຍບັ້​ນ​​ບຸກ​ໂຈມ​ຕີ​ທາງ​ອາ​ກາ​ດ​ແນ​ໃສ່ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ໃນ​ຜືນ​ແຜ່ນ​ດິນ ຊີ​ຣີ. ໃນ​ການ​ອະ​ພິ​ປາຍ ຢູ່​ຄະ​ນະ​ກຳ​​ມາ​ທິ​ການ​ກຳ​ລັງ​ກອ​ງ​ທັບ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໃນ​ຕອນ​ເຊົ້າ​ວັນ​ທີ 19/9, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ໃຫ້​ຮູ້​ວ່າ, ທ່ານ ແລະ ປະ​ທານ​ສະ​ພາ​ເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ Martin Dempsey ໄດ້​ອະ​ນຸ​ມັດ​ຜ່ານ​ແຜນ​ການບ​ຸກ​ໂຈມ​ຕີ​ທາງ​ອາ​ກາດ ​ແນ​ໃສ່ກຸ່ມ​ລັດ​ອິ​ດ​ສະ​ລາມ ຢູ່ ຊີ​ຣີ. ບັນ​ຊີ​ລາຍ​ຊື່​ບັນ​ດາ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ Barack Obama ເພື່ອ​ພິ​ຈາ​ລະ​ນາ ແລະ ໃຫ້​ສັດ​ຕະ​ຍາ​ບັນ.

        ທ່ານ​ລັດ​ຖະ​ມົນ​ຕີ Chuck Hagel ກໍ່​ຢ​ືນ​ຢັນ​ວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ສົມ​ທົບ ຫຼື ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar Al Assad ເຊິ່ງ​ແທນ​ທີ​ຈະ​ຝຶ​ກ​ອົບ​ຮົມ ແລະ ປະ​ກອບ​ອາ​ວຸດ​ໃຫ້​ຝ່າຍ​ຄ້ານ​ໃນ​ການ​ຕ້ານ​ກຸ່ມ​ລັດ​ອະ​ດ​ສະ​ລາມ ຢູ່ ຊີ​ຣີ.


ຂ່າວ/ບົດ​ອື່ນ