ອາເມລິກາຈະບໍ່ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມການເຈລະຈາສັນຕິພາບຊີຣີຢູ່ Astana

ອາເມລິກາຈະບໍ່ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມການເຈລະຈາສັນຕິພາບຊີຣີຢູ່ Astana - ảnh 1
ຜູ້​ຊ່ວຍ​ວຽກໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Mark Toner
(ພາບ: Sputnik/TTXVN)


(vovworld) - ວັນ​ທີ 21/01, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ຈະ​ບໍ່​ຈັດ​ສົ່​ງ​ຄະ​ນະ​ຜ​ູ້​ແທນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຊີ​ຣີ ຢູ່​ນະ​ຄອ​ນ​ຫຼວງ Astana ຂອງ​ກາ​ຊັກ​ສະ​ຖານ, ຍ້ອນ​ບັນ​ດາ​ຄວາມ​ຮຽ​ກ​ຮ້ອງ​ທີ່​​ຮີບ​ດ່ວນ​ໃນ​ວຽກ​ງານມອບ​ສົ່ງ​ສິດ​ອຳ​ນາດ​ຢູ່​ວໍ​ຊິງ​ຕັນ. ຜູ້​ຊ່ວຍ​ວຽກໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Mark Toner ໃຫ້​ຮູ​້ວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ກາ​ຊັກ​ສະ​ຖານ George Krol ຈະ​ຕ​າງ​ໜ້າ​ໃຫ້​ປະ​ເທດນີ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່ Astana, ເຊິ່ງ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ອາ​ທິດ​ໜ​້າ. ໃນຂະ​ນະ​ນັ້ນ, ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຊັກ​ສະ​ຖານ Anuar Jainakov ໃຫ້​ຮູ້​ວ່າ, ບັນ​ດາ​ຄະ​ນະ​ຜູ້​ແທນ​ລັດ​ເຊຍ, ຕວກ​ກີ ແລະ ອີ​ຣານ ໄດ້​ໄປ​ຮອດ​ນະ​ຄອນ​ຫຼວງ Astana ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ.

        ກ່ອນ​ໜ້ານັ້ນ, ຕວກ​ກີ ແລະ ລັດ​ເຊຍ ໄດ້​ຕົກ​ລົງ​ເຊີນ​ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຊ​ີ​ຣີ ຈັດ​ຂຶ້ນຢູ່ Astana. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວັນ​ທີ 18/01, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ Mohammad Javad Zarif ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ອີ​ຣານ ຄັດ​ຄ້ານເລື່ອງ​ອາ​ເມ​ລິ​ກາ ເຂ​ົ້າ​ຮ່ວມ​ການ​ເຈ​ລະ​ຈ​າ​ສັນ​ຕິ​ພາບ​ຊີ​ຣີ.

ຂ່າວ/ບົດ​ອື່ນ