ອາເມລີກາຊຸກຍູ້ການຮ່ວມມືປ້ອງກັນຊາດກັບອາຊີ

ອາເມລີກາຊຸກຍູ້ການຮ່ວມມືປ້ອງກັນຊາດກັບອາຊີ - ảnh 1
ລັດຖະມົນຕີກະຊວງປອ້ງກັນປະເທດ ອາເມລິກາ Chuck Hagel
photo:internet


(vovworld)- ຕາມແຈ້ງຂ່າວໃນວັນທີ 27/3 ຂອງທຳນຽບ 5 ແຈ່ ໃຫ້ຮູ້ວ່າ: ແຕ່ວັນທີ 1-3/4, ລັດຖະມົນຕີກະຊວງປອ້ງກັນປະເທດ ອາເມລິກາ Chuck Hagel ຈະເຂົ້າຮ່ວມກງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ຢູ່ ລັດ Hawaii ສະຫະລັດ ອາເມລິກາ ແລະ ຈະພົບປະກັບບັນດາເຈົ້າຫນ້າທີ່ປ້ອງກັນ​ປະເທດບັນດາ​ປະ​ເທດ​ອາຊີ. ນອກຈາກ​ບັນຫາ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ປະຊຸມ ຈະສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາ​ດຕະການ​ບັນ​ເທົາ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ທະຫານ ​ແລະ ພົນລະ​ເຮືອນ. ນີ້​ກໍ​​ເປັນ​ຄັ້ງ​ທຳ​ອິດ​ບັນດາ​ປະ​ເທດ ອາ​ຊຽນ ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນ​ຕີ​ກະຊວງ​ປອ້ງກັນ​ປະ​ເທດ​ຢູ່ ອາ​ເມ​ລິ​ກາ.

 

 

 

 

 

 

ຂ່າວ/ບົດ​ອື່ນ