ອາເມລິກາຍົກເລີກຄຳສັ່ງຫ້າມຂາຍອາວຸດເຂັ່ນຂ້າໃຫ້ແກ່ຫວຽດນາມແມ່ນການກະທຳຕັ້ງຫນ້າ

ອາເມລິກາຍົກເລີກຄຳສັ່ງຫ້າມຂາຍອາວຸດເຂັ່ນຂ້າໃຫ້ແກ່ຫວຽດນາມແມ່ນການກະທຳຕັ້ງຫນ້າ - ảnh 1
ທ່ານ​  Chuck Hagel, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ
​ອາ​ເມ​ລິ​ກາ ແລະ ທ່ານ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ
ພາບ:khampha.vn

(vovworld)-​ ຕອ​ນ​ບ່າຍ​ວັນ​ທີ30/9, ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ເດືອນ 9 ຂອງ​ລັດ​ຖະ​ບານ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕໍ່​ຫນ້າ​ບັນ​ດາ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ເຂັ່ນ​ຂ້າ​ສຳ​ລັບ​ຫວຽດ​ນາມ, ທ່ານ ຫງວຽນ​ວັນ​ເນັນ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:​ຖ້າ ​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ເຂັ່ນ​ຂ້າ​ໃຫ້​ແກ່​ ຫວຽດ​ນາມ ນັ້ນ​ແມ່ນ​ການ​ກະ​ທຳ​ຕັ້ງ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ສາຍ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ກັບ​ຫວຽດ​ນາມ. ຕາມ​ທ່ານ ຫງວຽນ​ວັນ​ເນັນ​ແລ້ວ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ສະ​ນັ້ນ ເລື່ອງ​ຍົກ​ເລີກ​​ຄຳ​ສັ່ງ​ຫ້າມ​ຂາຍອາ​ວຸດ​ເຂັ່ນ​ຂ້າ ຈະ​ແມ່ນ​ການ​ກະ​ທຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງຮອບ​ດ້ານ​ກວ່າ, ຈະ​ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ