ອາເມລິກາຍັງບໍ່ທັນມີຂໍ້ຕົກລົງກ່ຽວກັບຍຸດທະສາດໃຫມ່ຢູ່ອາບການິສະຖານ

(VOVWORLD) -ວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມກັບຖັນແຖວຜູ້ໃຫ້ຄຳປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ ໄດ້ພິຈາລະນາຫລາຍວິທີການກ່ຽວກັບຍຸດທະສາດໃຫມ່ຢູ່ ອາບການິສະຖານ. 

ອາເມລິກາຍັງບໍ່ທັນມີຂໍ້ຕົກລົງກ່ຽວກັບຍຸດທະສາດໃຫມ່ຢູ່ອາບການິສະຖານ - ảnh 1 ທະຫານອາເມລິກາຢູ່ ອາບການິສະຖານ

ພາບ:EPA/TTXVN

ນີ້ແມ່ນການປະຊຸມຫລ້າສຸດໃນບັນດາການປຶກສາຫາລືລະຫວ່າງບັນດາເຈົ້າຫນ້າທີ່ຂັ້ນສູງ ອາເມລິກາ ກ່ຽວກັບສະພາບການ ອາບການິສະຖານ ແລະ ຍຸດທະສາດປ້ອງກັນຄວາມສະຫງົບ ກັບປະເທດອາບການິສະຖານ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງການປະຊຸມ, ໂຄສົກທຳນຽບຂາວ ທ່ານ Sarah Sanders ໃຫ້ຮູ້ວ່າ ປະທານາທິບໍດີ ອາເມລິກາ ພວມຄົ້ນຄ້ວາ ແລະ ຊັ່ງຊາບັນດາວິທີການ ແລະ ຈະແຈ້ງໃຫ້ປະຊາຊົນ ອາເມລິກາ, ບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື ກໍ່ຄືທົ່ວໂລກ ຮັບຊາບຢ່າງເປັນທາງການໃນເວລາເໝາະສົມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ