ອາເມລິກາຍູ້ແຮງການໜູນຊ່ວຍຟິລິບປິນດັບສູນພວກກະບົດອິດສະລາມ

(VOVWORLD) -ວັນທີ 27 ກໍລະກົດ, ລັດຖະບານອາເມລິກາ ໄດ້ຊ່ວຍເຫຼືອເຮືອບິນສອດແນມ 2 ລຳ ແລະ ເລີ່ມຂົນສົ່ງອາວຸດຫຼາຍປະເພດເຖິງຟີລິບປີນ ເພື່ອແນໃສ່ໜູນຊ່ວຍປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ໃນບັ້ນຮົບຕ້ານບັນດາພວກກະບົດອິດສະລາມຫົວຮຸນແຮງ.

ອາເມລິກາຍູ້ແຮງການໜູນຊ່ວຍຟິລິບປິນດັບສູນພວກກະບົດອິດສະລາມ - ảnh 1 ລັດຖະບານອາເມລິກາ ໄດ້ຊ່ວຍເຫຼືອຟິລິບປິນ ເຮືອບິນສອດແນມ

(ພາບ: ABS-CBN News)

ກ່າວຄຳເຫັນທີ່ພິທີມອບ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟີລິບປີນ Sung Kim ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປີນ Delfin Lorenzana ໃຫ້ຮູ້ວ່າ, ເຮືອບິນ 2 ລຳ ແລະ ບັນດາເຄື່ອງອຸປະກອນທີ່ມີມູນຄ່າກວ່າ 30 ລ້ານ USD ຈະເຂົ້າຮ່ວມການຊອກຫາບັນດາມືປືນທີ່ມີສ່ວນກ່ຽວຂ້ອງເຖິງອົງການ IS, ກໍຄືຕິດຕາມກວດກາບັນດາເຂດຊາຍແດນທາງທະເລ.

        ສ່ວນທ່ານເອກອັກຄະລັດຖະທູດ Sung Kim ກໍໃຫ້ຮູ້ວ່າ, ໃນຊຸມເດືອນຈະມາເຖິງ, ວໍຊິງຕັນ ຈະມອບສົ່ງໃຫ້ກອງທັບຟີລິບປີນ ບັນດາລະບົບຕິດຕາມກວດກາທາງອາກາດ ເພື່ອແນໃສ່ຊ່ວຍໃຫ້ປະເທດນີ້ເພີ່ມທະວິກຳລັງເພື່ອຕ້ານຄືນໄພນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງແຫ່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ