ອາເມລິກາດັດປັບອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມລົງຕ່ຳກວ່າ1%

ອາເມລິກາດັດປັບອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມລົງຕ່ຳກວ່າ1% - ảnh 1
ປຸງ​ແຕ່ງ​ກຸ້ງ​ເພື່ອ​ສົ່ງ​ອອກ
ພາບ:vnexpress.net

(vovworld)- ນີ້​ແມ່ນ​ໝາກ​ຜົນ​ເບື້ອງ​ຕົ້ນ​ໃນ​ການ​ກວດ​ກາ​ບໍ​ລິ​ຫານ​ຄັ້ງ​ທີ 9 ກ່ຽວ​ກັບ​​ອັດ​ຕາພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ກຸ້ງ​ຫວຽດ​ນາມ ຊື່ງ​ກະ​ຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາກໍ່​ປະ​ກາດ. ຕາມນັ້ນ​ແລ້ວ, ອັດ​ຕາ​ພາ​ສີ​ສະ​ເລ່ຍ​ຂອງ​ການກວດ​ກາ​ຄັ້ງ​ນີ້​ລົງ​ຕ່ຳ​ກວ່າ​ຄັ້ງ​ທີ 8 ​ແມ່ນຢູ່​​ໃນລະ​ດັບ​ຕ່ຳ​ກວ່າ 1%. ໃນ​ຈຳ​ນວນ 56 ບໍ​ລິ​ສັດ​ສິນ​ໃນ​ນ້ຳ​ຖືກກວດ​ກາ​ໃນ​ຄັ້ງ​ນີ້ ພຽງ​ແຕ່ມີ​ບໍ​ລິ​ສັດ​ດຽວ​ໄດ້​ຊົມ​ໃຊ້​ອັດ​ຕາ​ພາ​ສີ 0%. ມີ 4 ບໍ​ລິ​ສັດ​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີກວ່າ 1% ແລະ ບັນ​ດາ​ບໍ​ລິ​ສັດ​ຍັງ​ເຫລືອ​ລ້ວນ​ແຕ່​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ 0,93%. ຄາດ​ວ່າ ເດືອນ 7/2015 ນີ້, ຝ່າຍ ອາ​ເມ​ລິ​ກາ ຈະ​ມີ​ຄຳ​ຕັດ​ສິນ​ສຸດ​ທ້າຍ. ຜູ້​ຕາງ​ຫນ້າ​ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ (VASEP) ໃຫ້​ຮູ້​ວ່າ: ເຖິງວ່າ ນີ້​ແມ່ນ​ສັນ​ຍານ​ຕັ້ງ​ຫນ້າ​ເມື່ອ​ທຽບ​ໃສ່​ການກວດ​ກາ​ຄັ້ງ​ກ່ອນນີ້ ແຕ່​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂ​າຍ​ບຸບ​ລາ​ຄາ​ກຸ້ງ​​ຫວຽດ​ນາມ ແມ່ນ​ໄຮ້​ເຫດ​ຜົນ ແລະ VASEP ຈະ​ສືບ​ຕໍ່​ສົ່ງ​ຫນັງ​ສື​ຄັດ​ຄ​້ານ​ຂໍ້​ຕົກ​ລົງ​ດັ່ງ​ກ່າວເຖິງ DOC .

ຂ່າວ/ບົດ​ອື່ນ