ອາເມລິກາດຳເນີນການເດີນເຮືອຢ່າງເສລີຢູ່ທະເລຕາເວັນອອກ

ອາເມລິກາດຳເນີນການເດີນເຮືອຢ່າງເສລີຢູ່ທະເລຕາເວັນອອກ - ảnh 1
ກຳ​່ປັ່ນ USS Decatur
(ພາບ: Sputniknews)

(vovworld) – ວັນ​ທີ 21/10, ທຳ​ນຽບ​ຂາວ​ໄດ້​ຖະ​ແຫຼງ​ວ່າການ​ເຄື່ອນ​ໄຫ​ວຫຼ້​າ​ສຸດ​ຂອງກອງ​ທັບ​ເຮືອ ອາ​ເມ​ລິ​ກາ ບົນ​ທະ​ເລ ແມ່ນ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ສະ​ແດງ​ສິດ​ເສ​ລີ​ໃນ​ການ​ໄປ - ມາ​ຢູ່​ເຂດ​ທະ​ເລ​ສາ​ກົນ​ໂດຍ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ອະ​ນຸ​ຍາດ ແລະ ຈີນ ບໍ່​ຄວນ​ຖືນີ້​ແມ່ນ​ການ​ກະ​ທຳ​ເກາະ​ຜິດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ Josh Earnest, ໂຄ​ສົກ​ທຳ​ນຽບ​ຂາວ ກໍ່​ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ບໍ່​​ແມ່ນ​ຝ່າຍ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທັດ​ສະ​ນະ​ຂອງ ວໍ​ຊິງ​ຕັນ ​ນັ້ນແມ່ນ​ການ​ຂັດ​ແຍ້ງ​ກັນ​ຢູ່​ທີ່ນີ້​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈ​ລະ​ຈາ ​ຫາກບໍ່​​ແມ່ນການ​ບັງ​ຄັບ, ນຳ​ໃຊ້​ກຳ​ລັງ​ອາ​ວຸດ ຫຼື ການ​ນາບ​ຂູ່.

        ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽວ​ກັນ, ທຳ​ນຽບ​ຂາວ ກໍ່​​ຮັບ​ຮອງ​ວ່າ: ກຳ​່ປັ່ນ USS Decatur ຂອງ​ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ໄດ້​ເຄື່ອນ​​ໄຫວ​ຢູ່​ໃກ້​ກັບ​ໝູ່​ເກາະ​ຮ່​ວາງ​ຊາ​ ແລະ ປະ​ຕິ​ບັດ​ການ​ເຄື່ອນ​ໄຫວນີ້​ຢ່າງ​ເປັນ​ປົກ​ກະ​ຕິ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ຄັດ​ຄ້ານໃນ​ທັນ​ທີ ແລະ ຖື​ວ່າ​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ຂອງ​ກຳ​່​ປັ່ນ​​ສູ້​ຮົບ ອາ​ເມ​ລິ​ກາ ຢູ່ ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຜິດ​ກົດ​ໝາຍ ແລະ ມີ​ລັກ​ສະ​ນະ “ເກາະ​ຜິດ”, ພ້ອມ​ທັງ​ໃຫ້​ຮູ້​ວ່າ ໄດ້​ສະ​ແດງ​ການ​ຄ​ັດ​ຄ້ານ​ຕໍ່​ຝ່າຍ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ