ອາເມລິກາ,ນາໂຕໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານIS

ອາເມລິກາ,ນາໂຕໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານIS - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama (​ຊ້າຍ) ​ແລະ ເລ​ຂາ​ທິ​ການ​
ໃຫ​ຍ່ NATO Jens Stoltenberg
(ພາບ: NATO.int)

(vovworld) –  ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດພັນ​ທະ​ມິດ​ຂອງ​ອົງ​ການ ນາ​ໂຕ ໄດ້ ແລະ ພວມ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ນຳ​ກັນ​ໃນ​ບັ້ນ​ຮົບ​ຕ້ານ​ລັດ​ອິດ​ສະ​ລາມ (IS) ຂະ​ໜານ​ນາມ​ເອງ. ນີ້​ແມ່ນ​ຄຳຢັ້ງ​ຢືນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃນ​ກາ​ນ​ເຈ​ລະ​ຈາ​ເມື່ອ​ວັນ​ທີ  26/5 ຢູ່​ທຳ​ນຽບ​ຂາວ ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ Jens Stoltenberg. ຄຳ​ເຫັນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໃນ​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາຢັ້ງ​ຢືນ​ວ່າ: ທັງ​ໝົດ 28 ສະ​ມາ​ຊິກ​ຂອງ​ນາ​ໂຕ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ສຳ​ພັນ​ທະ​ມິດ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ໄດ້​ຊ່ວຍ​ລັດ​ຖະ​ບານ ອີ​ຣັກ ຕ້ານ​ກຸ່ມ​ປະ​ກອບ​ອາ​ວຸດ IS. ທ່ານ Obama ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ແລະ ບັນ​ດາ​​ປະ​ເທດພັນ​ທະ​ມິດ​ຂອງ ນາ​ໂຕ ​ຄວນ​ພ້ອມ​ກັນ​ພິ​ຈາ​ລະ​ນາ​ວ່າ: ຈະ​ຜັນ​ຂະ​ຫຍາຍ​​ວັດ​ຖຸ​ເຄື່ອງ​ຂອງ ແລະ ກຳ​ລັງ​ການ​ທະ​ຫານ​ຢູ່ ອີ​ຣັກ ໃນ​ສະ​ພາບ​ການ​ບັນ​ດາ​ມື​ປືນ IS ພວມ​ເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເພື່ອ​ແນ​ໃສ່​ຢືດ​ຄອງ​ບັນ​ດາ​ເຂດ​ດິນ​ແດນ​ທາງ​ພາກ​ຕາ​ເວັນ​ຕົກ​ນະ​ຄອນຫຼວງ ແບດ​ແດດ ຫຼືບໍ່? ​ຊິ່ງ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢືດ​ຄອງ​ນະ​ຄອນ Ramadi ຂຶ້ນ​ກັບ​ແຂວງ Anbar ໄລ​ຍະ​ມໍ່ໆ​ມານີ້.

 

ຂ່າວ/ບົດ​ອື່ນ