ອາເມລິກາບຸກໂຈມຕີທາງອາກາດພວກກະບົດຕາລີບານ

ອາເມລິກາບຸກໂຈມຕີທາງອາກາດພວກກະບົດຕາລີບານ - ảnh 1
(ພ​າບ​ປະ​ກອບ: AP)

(vovworld) - ​​ວັນ​ທີ 24/06, ທຳ​ນຽບ 5 ແຈ ໃຫ້​ຮ​ູ້​ວ່າ, ກອງ​ທັບ​ອາ​ເມ​ລິ​ກາ ໄດ້​ເປີດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາ​ດ​ຄັ້ງ​ທຳ​ອິດ ໃສ່​ກຸ່ມ​ພວກ​ກະ​ບົດ​ຕາ​ລີ​ບານ ຢູ່​ອາ​ບ​ກາ​ນິດ​ສ​ຖານ ນັບ​ແຕ່​ເມື່ອຂໍ້​ຕົກ​ລົງ​​ຕົ້​ນ​ເດືອນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ເປີດກວ້າງ​ການ​ແຊກ​ແຊງ​ຂອງ​ອາ​ເມ​ລິ​ກາ ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ກະ​ບົດ​ດັ່ງ​ກ່າວ. ດ້ວຍ​ຂໍ້​ຕົກ​ລົງ​ໃໝ່​ຂອງ​ທ່ານ Barack Obama, ກອງ​ທັບ​ອາ​ເມ​ລິ​ກາ ໄດ້​ຮັບ​ໜ້າ​ທີ່​ໃຫຍ່ກວ່າ ເພື່ອປ້ອ​ງ​ກັນ​ ແລະ ໜູນ​ຊ່ວຍ​ບັນ​ດາ​ກຳ​ລັງ​ອາບ​ກາ​ນິດ​ສ​ຖານ ກວາດ​​ລ້າງ​ພ​ວກ​ກະ​ບົດ​ຕາ​ລີ​ບານ, ລວມ​ທັງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ເລັ່ງ​ໃສ່​ຕາ​ລີ​ບານ ໃນ​ສະ​ພາບ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​​ປີນ​ຂ​ັ້ນ​​ໄດ​ຢູ່ປະ​ເທດນີ້. ແຕ່​ການ​ບຸກ​ໂຈ​ມ​ຕີນີ້​ພຽງ​ໄດ້​ນຳ​ໃຊ້​ໃນ​ບັນ​ດາ​ກໍ​ລະ​ນີ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ